ການຄ້າເອເລກໂຕນິກ ໃນການເຊື່ອມໂຍງ ແລະພັດທະນາ

“ການ​ຄ້າ​ເອ​ເລກ​ໂຕ​ນິກ​ໃນ​ການ​ເຊື່ອມ​ໂຍງ ​ແລະ​ພັດທະນາ” ​ແມ່ນຫົວ​ເລື່ອງກອງ​ປະຊຸ​ມສຳ​ມະ​ນາ ​ໂດຍ​ສື່ເອ​ເລກ​ໂຕ​ນິກພັກ​ກອມ​ມູນິດ​ຫວຽດນາມຈັດ​ຂຶ້ນ ​ເມື່ອ​ຕອນ​ເຊົ້າວັນທີ 17/12 ຢູ່​ຮ່າ​ໂນ້ຍ. ທ່ານ​ນາຍົກລັດຖະມົນຕີຫວຽດນາມ​ໄດ້​ອະນຸມັດ​ຜ່ານແຜນການ​ສັງ​ລວມພັດທະນາ ການ​ຄ້າ​ເອ​ເລກ​ໂຕ​ນິກ​ໄລຍະ 2011-2015. ຕາມ​ນັ້ນ​ແລ້ວ, ຫວຽດນາມ​ສູ້​ຊົນ​ຮອດ​ປີ 2015, 80% ວິ​ສາ​ຫະກິດ​ຂະໜາດ​ໃຫ່ຍມີ​ ​ແວັບ​ໄຊ, ວິ​ສະຫະ​ກິດ​ຂະໜາດ​ກາງ ​ແລະ​ນ້ອຍ​ແມ່ນ 45%, 50% ຫົວໜ່ວຍ​ສະໜອງ​ການ​ບໍລິການ​ໄຟຟ້າ, ນ້ຳປະປາ, ​ໂທລະ​ຄົມມະ​ນາ​ຄົມ…ຮັບ​ຮູ້​ການ​ຊຳລະ​ຄ່າ​ບໍລິການ​ຜ່ານ​ເຄື​ຍຄ່າ​ຍອິນ​ເຕີ​ແນັດ. ທ່ານ​ຈິ້ງ​ມິ​ງ​ແອ​ງ, ຮອງ​ຫົວໜ້າ​ຫ້ອງ​ວ່າການ ຄະນະ​ກຳມະການ​ແຫ່ງ​ຊາດ ​ກ່ຽວ​ກັບ​ການ​ຮ່ວມ​ມື​ເສດຖະກິດ​ສາກົນ​ຊີ້​ແຈ້​ງວ່າ ການ​ຄ້າ​ເອ​ເລກ​ໂຕ​ນິກ ​ແມ່ນ​ໜື່ງ​ໃນ​ບັນດາ​ຂົງ​ເຂດ ​ຊື່​ງລັດຖະບານ​ຫວຽດນາມ​ມີ​ຄວາມເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ ໃນ​ຂະ​ບວນວິວັດ​ແຫ່ງ​ການ​ເຊື່ອມ​ໂຍງ​ເຂົ້າກັບ​ເສດຖະກິດ​ສາກົນ:   “ນັບ​ແຕ່​ກ່ອນ​ເຂົ້າຮ່ວມ​ອົງ​ການ​ການ​ຄ້າ​ໂລກ ​ເມື່ອ​ປີ 2005, ທ່ານ​ນາຍົກລັດຖະມົນຕີ​ໄດ້​​ເຊັ່ນ​ອະນຸມັດ​ ແຜນການ​ພັດທະນາ​ການ​ຄ້າ​ເອ​ເລກ​ໂຕ​ນິກສັງ​ລວມໄລຍະ 2006-2010 ​ແລ້ວ. ທ່ານ​ນາຍົກລັດຖະມົນຕີ​ກໍ່ໄດ້​ອອກ​ຂໍ້​ຕົກລົງ​ຮັບຮອງ​ເອົາ​ການ​ເຊັ່ນ​ອະນຸມັດ ແຜນການ​ພັດທະນາ​ການ​ຄ້າ​ເອ​ເລກ​ໂຕ​ນິກສັງ​ລວມໄລຍະ 2011-2015. ຂໍ້​ຕົກລົງ​ນີ້ ​ແມ່ນ​ການ​ຫັນບັນດາ​ຄຳໝັ້ນສັນຍາ​ເຊື່ອມ​ໂຍງ​ເຂົ້າກັບສາກົນ​ກັບ WTO, APEC, ASEM ​ເປັນ​ລະອຽດ ຊື່​ງ ຫວຽດນາມ​ໄດ້​ລົງ​ນາມ​ໃນ​ຂອບ​ເຂດ​ການ​ຮ່ວມ​ມື​ພັດທະນາ. ຫວຽດນາມ​ສູ້​ຊົນ​ສ້າງ​ການ​ຄ້າ​ເອ​ເລກ​ໂຕ​ນິກບັນລຸ​ລະດັບ​ກ້າວໜ້າ​ໃນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ຊຸກຍູ້​ວິວັດ​ການ​ຫັນ​ເປັນ​ອຸດສາຫະກຳ ​ແລະ​ທັນ​ສະ​ໄໝ”.

ຂ່າວ/ບົດ​ອື່ນ