ການຄ້າເອເລັກໂຕນິກແມ່ນວິທີການດຳເນີນທຸລະກິດໃໝ່ແລະທັນສະໄໝເພື່ອຈຳໜ່າຍໝາກລີ້ນຈີ່

(VOVWORLD) -ປີ 2021, ປະລິມານໝາກລີ້ນຈີ່ຂອງແຂວງ ບັກຢາງ ຄາດວ່າບັນລຸ 180.000 ໂຕນ. ການຈຳໜ່າຍໄດ້ດຳເນີນຢ່າງສະດວດດີ, ຮອດວັນທີ 07 ມິຖຸນາ ໄດ້ຈຳໜ່າຍຢູ່ພາຍໃນ ແລະ ສົ່ງອອກຂາຍໃຫ້ຕ່າງປະເທດເປັນຈຳນວນ 53.000 ໂຕນ.
ການຄ້າເອເລັກໂຕນິກແມ່ນວິທີການດຳເນີນທຸລະກິດໃໝ່ແລະທັນສະໄໝເພື່ອຈຳໜ່າຍໝາກລີ້ນຈີ່ - ảnh 1 ການຈຳໜ່າຍໝາກລີ້ນຈີ່ຂອງແຂວງ ບັກຢາງ ໄດ້ດຳເນີນຢ່າງສະດວດດີ
(ພາບ: Báo Bắc Giang)

ວັນທີ 08 ມິຖຸນາ, ຄະນະກຳມະການປະຊາຊົນແຂວງ ບັກຢາງ ໄດ້ສົມທົບກັບກະຊວງອຸດສາຫະກຳການຄ້າ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ, ບັນດາແຂວງ, ນະຄອນ ແລະ ເພື່ອນມິດສາກົນ ຈັດກອງປະຊຸມທາງອອນລາຍກ່ຽວກັບການຈຳໜ່າຍໝາກລີ້ນຈີ່ປີ 2021.

        ປີ 2021, ປະລິມານໝາກລີ້ນຈີ່ຂອງແຂວງ ບັກຢາງ ຄາດວ່າບັນລຸ 180.000 ໂຕນ. ການຈຳໜ່າຍໄດ້ດຳເນີນຢ່າງສະດວດດີ, ຮອດວັນທີ 07 ມິຖຸນາ ໄດ້ຈຳໜ່າຍຢູ່ພາຍໃນ ແລະ ສົ່ງອອກຂາຍໃຫ້ຕ່າງປະເທດເປັນຈຳນວນ 53.000 ໂຕນ. ເພື່ອຮ່ວມເດີນທາງພ້ອມກັບທ້ອງຖິ່ນໃນການຈຳໜ່າຍໝາກລີ້ນຈີ່, ທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າຫວຽດນາມ ຫງວຽນຮົ່ງຢຽນ ເນັ້ນໜັກວ່າ, ເລື່ອງ ບັກຢາງ ເປັນເຈົ້າການນຳໃຊ້ພື້ນຖານເຕັກໂນໂລຊີໃໝ່ໃນການຈຳໜ່າຍໝາກລີ້ນຈີ່ດັ່ງກ່າວແມ່ນຖືກທິດທີ່ສຸດ, ໂດຍສະເພາະແມ່ນໃນສະພາບເກີດໂລກລະບາດ.

        ກ່ຽວກັບທາງທ້ອງຖິ່ນ, ທ່ານ ເລແອັງເຢືອງ, ປະທານຄະນະກຳມະການປະຊາຊົນແຂວງ ບັກຢາງ, ໃຫ້ຮູ້ວ່າ:

        “ປະຈຸບັນພວມກ້າວເຂົ້າສູ່ລະດູເກັບກູ້ໝາກລີ້ນຈີ່, ທາງແຂວງໄດ້ກະກຽມບັນດາເງື່ອນໄຂເພື່ອຮັບປະກັນຄວາມປອດໄພດ້ານສຸຂະພາບໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ສ້າງຄວາມປອດໄພໃຫ້ແກ່ພວກແມ່ຄ້າຊາວຂາຍມາແຂວງ ບັກຢາງ. ພ້ອມກັນນັ້ນ, ສຸມແຫຼ່ງກຳລັງທີ່ມີຢູ່ແລ້ວເພື່ອກຽມພ້ອມຂົນສົ່ງ, ຈຳໜ່າຍໝາກລີ້ນຈີ່ ຕອບສະໜອງເງື່ອນໄຂຂອງຄູ່ຮ່ວມໃນການຈຳໜ່າຍ”.

ຕອບກັບ

ຂ່າວ/ບົດ​ອື່ນ