ການຄ້າເອເລັກໂຕນິກແມ່ນສະພາບແວດລ້ອມດຳເນີນທຸລະກິດສະດວກ

ການຄ້າເອເລັກໂຕນິກແມ່ນສະພາບແວດລ້ອມດຳເນີນທຸລະກິດສະດວກ - ảnh 1
ພາບ​ປະ​ກອບ:internet

(vovworld)- “ການ​ຄ້າ​ເອ​ເລັກ​ໂຕ​ນິກ​ແມ່ນ​ສະ​ພາບ​ແວດ​ລ້​ອມ​ດຳ​ເນີນ​ທຸ​ລະ​ກິດ​ສະ​ດ​ວກ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ຂະ​ຫນາດ​ກາງ​ແລະ​ນ້ອຍ”. ​ນີ້​ແມ່ນ​ຄຳ​ເຫັນ​ຂອງ ດ​ຣ ຫງວຽນ​ດີງ​ຈຸກ, ຮອງ​ຫົວ​ຫນ້າ​ສະ​ຖາ​ບັນ​ຍຸດ​ທະ​ສາດ​ພັດ​ທະ​ນາ​ເຂດແບບ​ຍືນ​ຍົງ ທີ່ກອງ​ປະ​ຊຸມ​ສຳ​ມະ​ນາທີ່​ມີ​ຫົວ​ຂໍ້​ວ່າ “ຜົນ​ສະ​ທ້ອນ​ຂອງ ອິນ​ເຕີ​ແນດ ແລະ ການ​ຄ້າ​ເອ​ເລັກ​ໂຕ​ນິກຕໍ່​ການ​ເຄື່ອນ​ໄຫວ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິ​ດ​ຂະ​ຫນາດ​ກາງ ແລະ ນ້ອຍ ຫວຽດ​ນາມ” ຊື່ງ​ຈັດ​ຂຶ້ນ​ໃນ​ຕອນ​ບ່າຍ​ວັນ​ທີ 28/7 ຢູ່ ຮ່າ​ໂນ້ຍ. ດ​ຣ ຫງວຽນ​ດີງ​ຈຸກ ຖື​ວ່າ: ອິນ​ເຕີ​ແນດ ແລະ ການ​ຄ້າ​ເອ​ເລັກ​ໂຕ​ນິກ ຫນູນ​ຊ່ວຍ​ວິ​ສາ​ຫະ​ກິດ ຂະ​ຫນາດ​ກາງ ແລະ ນ້ອຍ ຫລຸດ​ຜ່ອນ​ລາຍ​ຈ່າຍ​ການ​ຕ​ິດ​ຕໍ່​ພົວ​ພັນ ແລະ ສ້າງ​ກຳ​ລັງ​ແກ້ງ​ແຍ້ງ​ຢ່າງ​ສະ​ເຫມີ​ພາບ, ເປີດກວ້າງ​ຂອບ​ເຂດ maketing, ເປີດກວ້າງ​ການ​ຕິດ​ຕໍ່​ພົວ​ພັນ​ພາຍ​ໃນ ແລະ ນອກວິ​ສາ​ຫະ​ກິດ, ຫລຸດ​ຜ່ອນ​ລາຍ​ຈ່າຍ​ການ​ເຄື່ອນ​ໄຫວ ແລະ ລາຍ​ຈ່າຍ​ຂໍ້​ມູນ​ຂ່າວ ກັບ​ບັນ​ດາ​ບໍ​ລິ​ສັດ​ສະ​ຫນອງ.

ໄລ່​ມາ​ຮອດ​ໄລ​ຍະ 2012-2013, ພື້ນ​ຖານ​ໂທ​ລະ​ຄົມ​ມະ​ນາ​ຄົມ​, ອິນ​ເຕີ​ແນດ​ຢູ່ ຫວຽດ​ນາມ ໄດ້​ຮັບ​ການ​ສ້າງ​ຕັັ້ງ ແລະ ພັດ​ທະ​ນາ​ດ້ວຍຈຳ​ນວ​ນ​ເຄື່ອງຄອມ​ພິວ​ເຕີ ເພີ່ມ​ຂຶ້​ນ 11%, ມີກວ່າ 30 ລ້ານ​ຄົນ​ນຳ​ໃຊ້ ອິນ​ເຕີ​ແນດ, ກວ່າ 17 ລ້ານ​ຄົນ​ຊົມ​ໃຊ້​ບໍ​ລິ​ການ 3G.

ຂ່າວ/ບົດ​ອື່ນ