ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກແມ່ນທ່າອ່ຽງພັດທະນາແບບຍືນຍົງ

(VOVWORLD) -ການຄ້າເອເລັກໂຕຣນິກໄດ້ "ຂະຫຍາຍຕົວ" ໃນໄລຍະ 2020-2021 ແລະ ນັກເສດຖະກິດໄດ້ຄາດຄະເນວ່າຈະບັນລຸມູນຄ່າປະມານ 39 ຕື້ໂດລາສະຫະລັດໃນປີ 2025.

ການຄ້າເອເລັກໂຕຣນິກແມ່ນທ່າອ່ຽງພັດທະນາແບບຍືນຍົງໃນການຫັນບັນດາລະບົບຂາຍເຄື່ອງເປັນຫຼາຍຮູບຫຼາຍແບບໃນໄລຍະຈະມາເຖິງ”, ນັ້ນແມ່ນຄວາມເຫັນ ຂອງບັນດາວິສາຫະກິດທີ່ເວທີປາໄສການຄ້າເອເລັກໂຕນິກ ຫວຽດນາມ 2022 (VOBF) ດ້ວຍຫົວຂໍ້ “ການຄ້າເອເລັກໂຕຣນິກ ຊຸກຍູ້ເສດຖະກິດພາຍຫຼັງໂລກລະບາດ”, ໂດຍສະມາຄົມການຄ້າອີເລັກໂຕນິກ, ໄດ້ດຳເນີນໃນຕອນເຊົ້າວັນທີ 10 ພຶດສະພາ, ຢູ່ນະຄອນ ໂຮ່ຈີມິນ. ການຄ້າເອເລັກໂຕຣນິກໄດ້ "ຂະຫຍາຍຕົວ" ໃນໄລຍະ 2020-2021 ແລະ ນັກເສດຖະກິດໄດ້ຄາດຄະເນວ່າຈະບັນລຸມູນຄ່າປະມານ 39 ຕື້ໂດລາສະຫະລັດໃນປີ 2025. ນີ້ຍັງຈະເປັນທ່າອ່ຽງພັດທະນາແບບຍືນຍົງໃນການຫັນບັນດາລະບົບຂາຍເຄື່ອງເປັນຫຼາຍຮູບຫຼາຍແບບໃນໄລຍະຈະມາເຖິງ, ເຖິງວ່າຈະເກີດໂລກລະບາດຫຼື ບໍ່. ມາຮອດໄລຍະ 6 ເດືອນຕົ້ນປີ 2021, ຫວຽດນາມ ມີຜູ້ຊົມໃຊ້ທາງອອນລາຍໃໝ່ຫຼາຍກວ່າ 8 ລ້ານຄົນ, 55% ແມ່ນມາຈາກເຂດນອກຕົວເມືອງ. ນັບແຕ່ປີ 2021 ມາຮອດປະຈຸບັນ, ປະລິມານສິນຄ້າທີ່ແລກປ່ຽນຄ້າຂາຍການຄ້າເອເລັກໂຕຣນິກໄດ້ເພີ່ມຂຶ້ນ 1,5-2 ເທົ່າ ເມື່ອທຽບໃສ່ໄລຍະກ່ອນເກີດໂລກລະບາດໂຄວິດ-19. ໂດຍຜ່ານການລະບາດ, ນັກທຸລະກິດ, ຜູ້ຜະລິດຈໍານວນຫຼາຍໄດ້ຫັນໄປສູ່ການຄ້າຂາຍເຄື່ອງທາງການຄ້າເອເລັກໂຕຣນິກ.

ຕອບກັບ

ຂ່າວ/ບົດ​ອື່ນ