ການຈະລາຈົນ ທີ່ນາບຂູ່ ເຖິງພື້ນຖານເສດຖະກິດ ຕວກກີ

ການຈະລາຈົນ ທີ່ນາບຂູ່ ເຖິງພື້ນຖານເສດຖະກິດ ຕວກກີ - ảnh 1
ສະພາບການຈະລາ​ຈົນ ນັບ​ມື້​ນັບ​ເພີ່ມ​ຂຶ້ນ ຢູ່ ຕວກກີ
(ພາບ: AFP)

(vovworld) – ​​​​​ສະພາບ​​ແຫ່​ຂະ​ບວນປະ​ທ້ວງ ຄັດຄ້ານ​ລັດຖະບານ ທີ່ມີ​ລັກສະນະ​ຈະລາ​ຈົນ ນັບ​ມື້​ນັບ​ເພີ່ມ​ຂຶ້ນ ​​ເຊິ່ງແກ່​ຍາວ​ເກືອບ 2 ອາທິດ​ຜ່ານ​ມາ​ຢູ່ ຕວກກີ ພວມ​ນາບ​ຂູ່​ເຖິງ​ພື້ນຖານ​ເສດຖະກິດ​ຂອງປະ​ເທດຫາ​ກໍ່​ພົ້ນ​ເດັ່ນ​ທີ່ນີ້. ພາຍ​ຫລັງ 1 ​ເດືອນ​ທີ່ ຕວກກີ ຖືກ​ຈັດ​ເປັນ​ປະ​ເທດ​ໄວ້​ວາງ​​ໃຈ ​ແລະ ​ເປັນ​ໜ້າ​ທີ່​ໄດ້​ຮັບ​ການລົງທຶນນັ້ນ, ອົງການ​ຈັດ​ລະດັບ​ຄວາມ​ໄວ້​ວາງ​ໃຈ​ສາກົນ Moody’s ກ່າວ​ເຕືອນວ່າ: ສະພາບ​ຂາດ​ສະຖຽນ​ລະ​ພາບດ້ານ​ການ​ເມືອງ ອາດ​ຈະ​ນາບ​ຂູ່​ເຖິງ​ຂະ​ແໜງ​ທ່ອງ​ທ່ຽວ ກໍ່​ຄື​ການ​ລົງທຶນ​ຈາກ​ຕ່າງປະ​ເທດ​ເຂົ້າ​ຕວກກີ. ​ຫຼາຍ​ຄົນສະ​ແດງ​ຄວາມ​ວິຕົກ​ກັງວົນ​ວ່າ ຖ້າ​ຫາກ​ການ​ລົງທຶນ​ຈາກຕ່າງປະ​ເທດ​ເຂົ້າ ຕວກກີ ຖືກ​ຢຸດ​ສະ​ງັກ​ໃນ​​ໄລຍະ​ຍາວ, ອັດຕາ​ຄວາມ​ໄວ້​ວາງ​ໃຈ​ຂອງ​ຕວກກີ ອາດ​ຈະ​ເຮັດ​ໃຫ້​ປະ​ເທດ​ນີ້​ບໍ່​ໄດ້​ຮັບ​ການລົງທຶນ. ຕາມ​ທ່ານ​ນາຍົກລັດຖະມົນ​ຕີ ຕວກກີ Recep Tayyip Erdogan ​ແລ້ວ, ພື້ນຖານ​ເສດຖະກິດ​ຂອງປະ​ເທດ​ນີ້ ພວມ​ກາຍ​ເປັນ​ຄາດໝາຍ​ຖືກ​ຜົນ​ສະ​ທ້ອນ​ໂດຍ​ກົງ​ຍ້ອນບັນດາ​ການ​ແຫ່​ຂະ​ບວນປະ​ທ້ວງ​ໃນ​ປະຈຸ​ບັນ. ນັບ​ແຕ່​ເມື່ອ​ເກີດ​ການ​ແຫ່​ຂະ​ບວນປະ​ທ້ວງ​ຄັດຄ້ານ​ລັດຖະບານ, ສະກຸນ​ເງິນ Lira ຂອງ ຕວກກີ ​ໄດ້​ຫລຸດ​ລົງ​ລະດັບ​ຕຳ່​ສຸດ​ໃນ 18 ​ເດືອນ​ຜ່ານ​ມາ ​ແລະ ຕະຫລາດຫຼັກ​ຊັບ Istanbul ກໍ່ຫລຸດ​ລົງ​ປະມານ 11%.

 

 

ຂ່າວ/ບົດ​ອື່ນ