ການຈະ​ເລີ​ນ​ເຕີບ​ໂຕ​ດ້ານ​ເສດຖະກິດ​ໃນ​ໄຕ​ມາດ​ທີ 1 ຂອງຫວຽດນາມ

ການຈະ​ເລີ​ນ​ເຕີບ​ໂຕ​ດ້ານ​ເສດຖະກິດ​ໃນ​ໄຕ​ມາດ​ທີ 1 ຂອງຫວຽດນາມ - ảnh 1

ລັດຖະມົນຕີ​ການ​ເງິນ Vuong Dinh Hue ທີ່​ກອງ​ປະຊຸມ

(ພາບ:dvt.vn)

( vovworld ) –  ທະນາຄານ​ພັດທະນາ​ອາຊີ​ຄາດ​ຄະ​ເນ​ວ່າ ການຈະ​ເລີ​ນ​ເຕີບ​ໂຕ​ດ້ານ​ເສດຖະກິດຂອງ ຫວຽດນາມ ປີ​ນີ້ ບັນລຸ​ປະມານ 5,7% ​ແລະ ຈະ​ເພີ່ມ​ຂຶ້ນ 6,2% ​ໃນ​ປີ 2013. ຫວຽດນາມ ຕ້ອງ​ມີ​ນະ​ໂຍບາຍ​ເໝາະ​ສົມ ​ເພື່ອ​ແກ້​ໄຂ​ສັນຍານ​ເສດຖະກິດ​ຊຸດ​ໂຊມ, ພ້ອມ​ທັງ​ມານະ​ພະຍາຍາມ​ຫຼາຍກ່ວາອີກ ​ໃນ​ການ​ປະຕິ​ຮູບ​ລັດ​ວິ​ສາ​ຫະກິດ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ. ຂໍ້​ສັງ​ເກດ​ດັ່ງກ່າວ​ໄດ້​ຍົກ​ອອກ​ມາ​ທີ່​ກອງ​ປະຊຸມກ່ຽວ​ກັບ​ການ​ທ້າ​ທາຍ​ເສດຖະກິດ​ການ​ເງິນ​ທົ່ວ​ໂລກ​ປີ 2012 ​ໂດຍ​ກະຊວງ​ການ​ເງິນ ຫວຽດນາມ ສົມທົບ​ກັບທະນາຄານ​ພັດທະນາ​ອາຊີ ​ແລະ ບໍ​ລິສັດ​ຄຸ້ມ​ຄອງ​ຊັບ​ສົມບັດ ສ​ເກົາຫລີ ຈັດ​ຂຶ້ນ​ເມື່ອ​ວັນ​ທີ 23/4 ຢູ່​ຮ່າ​ໂນ້ຍ. ບັນດາ​ຜູ້​ຊ່ຽວຊານ​ຂອງທະນາຄານ​ພັດທະນາ​ອາຊີ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ຄວາມ​ມານະ​ພະຍາຍາມ​ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່​ຂອງ ຫວຽດນາມ ໃນ​ໄລຍະ​ຜ່ານ​ມາ, ພ້ອມ​ທັງ​ສະ​ເໜີ​ໃຫ້ ຫວຽດນາມ ຈົ່ງ​ຍູ້​ແຮງ​ການ​ປະຕິ​ຮູບ​ລັດ​ວິ​ສາ​ຫະກິດຫຼາຍ​ກ່ວາ​ອີກ. ທ່ານ Bindu Lohani ຮອງ​ປະທານ​ຄຸ້ມ​ຄອງ​ພູມ​ປັນຍາ ​ແລະ ການ​ພັດທະນາ​ແບບ​ຍືນ​ຍົງ ທະນາຄານ​ພັດທະນາ​ອາຊີ ກ່າວ​ເຕືອນ​ວ່າ:  “ຢູ່ ຫວຽດນາມ, ລັດຖະບານ​ພວມມານະ​ພະຍາຍາປະຕິ​ຮູບ​ລັດ​ວິ​ສາ​ຫະກິດ, ສຸມ​ໃສ່​ລັດ​ວິ​ສາ​ຫະກິດ​ຂະໜາດ​ໜ້ອຍ. ອົງການ​ຂອງ​ພວກ​ຂ້າພະ​ເຈົ້າ ​ໄດ້​ສົມທົບ​ຢ່າງ​ແໜ້ນ​ແຟ້ນກັບ ຫວຽດນາມ ​ໃນ​ວິ​ວັດການ​ປະຕິ​ຮູບ​ນີ້. ລັດຖະບານ​ໄດ້​ໃຫ້​ຄຳໝັ້ນສັນຍາ​ຈະ​ປະຕິ​ຮູບ​ລັດ​ວິ​ສາ​ຫະກິດ​ຕື່ມ​ອີກ 21 ​ແຫ່ງ ​ເພື່ອ​ໃຫ້​ບັນດາ​ກຸ່ມ​ບໍລິສັດ​ໃຫ່ຍ​ເພີ່ມ​ທະວີ​ປະສິດທິຜົນ. ຫວຽດນາມ ຕ້ອງ​ມີ​ຄວາມ​ມານະ​ພະຍາຍາມ​ຫຼາຍກ່ວາ​ອີກ ​ເພື່ອ​ປະຕິ​ຮູບ​ບັນດາ​ວິ​ສາ​ຫະກິດ​ນີ້“.

ຂ່າວ/ບົດ​ອື່ນ