ການ​ຊັກ​ຖາມ ແລະ ຕອບ​ຄຳ​ຊັກ​ຖາມ ແມ່ນ​ຮູບ​ແບບ​ຕິດ​ຕາມກວດ​ກາ​ໂດຍ​ກົງສູງ​ສຸດ​ ແລະ ມີ​ປະ​ສິດ​ທິ​ຜົນ​ຂອງ​ສະ​ພາ​ແຫ່ງ​ຊາດ

(VOVWORLD) - ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ຊີ້ແຈ້ງວ່າ ໃນໄລຍະດຳການວາລະຊັກຖາມ, ມີສະມາຊິກສະພາແຫ່ງຊາດ 454 ທ່ານເຂົ້າຮ່ວມການຊັກຖາມ, ຍົກຈຳນວນສະມາຊິກສະພາແຫ່ງຊາດເຂົ້າຮ່ວມການຊັກຖາມໃນ 2 ປີຕົ້ນສະໄໝສະພາແຫ່ງຊາດຊຸດທີ XV ຂຶ້ນເປັນ 831 ເທື່ອຄົນ.
ການ​ຊັກ​ຖາມ ແລະ ຕອບ​ຄຳ​ຊັກ​ຖາມ ແມ່ນ​ຮູບ​ແບບ​ຕິດ​ຕາມກວດ​ກາ​ໂດຍ​ກົງສູງ​ສຸດ​ ແລະ ມີ​ປະ​ສິດ​ທິ​ຜົນ​ຂອງ​ສະ​ພາ​ແຫ່ງ​ຊາດ - ảnh 1ວາລະຊັກຖາມ  ແລະ ຕອບຄຳຊັກຖາມ (ພາບ: quochoi.vn) 

ພາຍຫຼັງເຮັດວຽກມາເປັນເວລາ 2 ມື້ເຄິ່ງ ດ້ວຍຄວາມສຸມຈິດສຸມໃຈ ແລະ ມີຄວາມຮັບຜິດຊອບສູງ, ຕອນເຊົ້າວັນທີ 8 ມິຖຸນາ, ສະພາແຫ່ງຊາດ ຫວຽດນາມ ໄດ້ສຳເລັດວາລະຊັກຖາມ ແລະ ຕອບຄຳຊັກຖາມຢູ່ກອງປະຊຸມສະໄໝສາມັນເທື່ອທີ 5. ວາລະຊັກຖາມໄດ້ດຳເນີນບົນເນື້ອໃຈຈິດໃຈປະຊາທິປະໄຕ, ກົງໄກກົງມາ, ຟົດຟື້ນ, ດຶງດູດຄວາມສົນໃຈຈາກຜູ້ມິສິດເລືອກຕັ້ງ ແລະ ປະຊາຊົນໃນທົ່ວປະເທດ.

        ໃນບົດກ່າວປາໄສສະຫຼຸບວາລະຊັກຖາມ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ຊີ້ແຈ້ງວ່າ ໃນໄລຍະດຳການວາລະຊັກຖາມ, ມີສະມາຊິກສະພາແຫ່ງຊາດ 454 ທ່ານເຂົ້າຮ່ວມການຊັກຖາມ, ຍົກຈຳນວນສະມາຊິກສະພາແຫ່ງຊາດເຂົ້າຮ່ວມການຊັກຖາມໃນ 2 ປີຕົ້ນສະໄໝສະພາແຫ່ງຊາດຊຸດທີ XV ຂຶ້ນເປັນ 831 ເທື່ອຄົນ. ໝາກຜົນດັ່ງກ່າວ ສືບຕໍ່ຢັ້ງຢືນວ່າ ວາລະຊັກຖາມ ແລະ ຕອບຄຳຊັກຖາມ ແມ່ນຮູບແບບຕິດຕາມກວດກາໂດຍກົງ ແລະ ມີປະສິດທິຜົນຂອງສະພາແຫ່ງຊາດ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຕີລາຄາວ່າ:

        “ວາລະຊັກຖາມດັ່ງກ່າວ ບໍ່ໃຫ້ມີເວລາວ່າງຈັກໜ້ອຍ. ການຜັນແປຂອງວາລະຊັກຖາມໄດ້ຊີ້ໃຫ້ເຫັນວ່າ ການເລືອກ 4 ໝວດບັນຫາມາຊັກຖາມໃນຄັ້ງນີ້ ແມ່ນມີຄວາມຈຳເປັນ, ຕອບສະໜອງຄວາມຕ້ອງການໃນສະພາບການຕົວຈິງ ແລະ ຄວາມມຸ່ງມາດປາດຖະໜາຂອງປະຊາຊົນ ກໍຄື ຜູ້ມີສິດເລືອກຕັ້ງ”.

ຕອບກັບ

ຂ່າວ/ບົດ​ອື່ນ