ການຊີ້ນຳ, ບໍລິຫານຂອງ ລັດຖະບານໃນປີ 2015

ການຊີ້ນຳ, ບໍລິຫານຂອງ ລັດຖະບານໃນປີ 2015 - ảnh 1
(ພາບປະກອບ)

(vovworld) – ​ໃນ​ມະຕິ​ກອງ​ປະຊຸມ​ປະຈຳ​​​ເດືອນ 12/2014 ທີ່​ຫາ​ກໍ່​ປະກາດ, ລັດຖະບານ​ໄດ້​ເປັນ​ເອກະ​ພາບ​ຕີ​ລາຄາ​ວຽກ​ງານ​ຊີ້​ນຳ, ບໍລິຫານ​ຂອງ​ລັດຖະບານ​ປີ 2014 ມີ​ຄວາມ​ໝາຍ​ສຳຄັນ​ໃນ​ການ​ປະກອບສ່ວນ​ຊຸກຍູ້​ການ​ປະຕິບັດ​ບັນດາ​ຄາດໝາຍ, ໜ້າ​ທີ່​ພັດທະນາ​​ເສດຖະກິດ, ສັງຄົມ​ປີ 2015 ​ແລະ ​ແຜນການ 5 ປີ 2011 – 2015. ພ້ອມ​ກັບ​ການ​ບໍລິຫານ​ການ​ປະຕິບັດ​ບັນດາ​ໜ້າ​ທີ່​ພັດທະນາ​ເສດ​ຖະກິດ​ສັງຄົມ ຕາມ​ຄາດໝາຍ​ແຜນການ, ລັດຖະບານ​ໄດ້​ສຸມ​ໃສ່​ຊີ້​ນຳ​ບັນດາ​ໜ້​້າທີ່​ໄລຍະ​ຍາວ, ​ໂດຍ​ສະ​ເພາະ​ແມ່ນ​ການ​ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃໝ່, ປະຕິບັດ​ບັນດາ​ບາດກ້າວ​ບຸກທະລຸ​ຍຸດ​ທະ​ສາດ; ພ້ອມ​ທັງ​ສຸມ​ໃສ່​ສະຫງວນ​ເວລາ, ​ແຫຼ່ງກຳລັງ ຕັດສິນ​ໃຈ​ຕໍ່ສູ້​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ເຂດ​ທະ​ເລ, ​ໝູ່​ເກາະ, ຮັບປະ​ກັບ​ສັນຕິພາບ, ສະຖຽນ​ລະ​ພາບ ​ເພື່ອ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ປະ​ເທດ​ຊາດ. ປີ 2015, ລັດຖະບານ​ສືບ​ຕໍ່​ສຸມ​ໃສ່​ຊີ້​ນຳ​ການ​ປະຕິບັດ​ບາງ​ໜ້າ​ທີ່​ສຳຄັນ​ເພື່ອ​ສ້າງ​ບາດກ້າວ​ຫັນປ່ຽນ​ຢ່າງ​ຈະ​ແຈ້ງ.

        ປີ 2015, ລັດຖະບານ​ສືບ​ຕໍ່​ປະຕິບັດ​ຢ່າງ​ແຮງ, ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ​ແລະ ​ເຖິງ​ຖອງ​ເພື່ອ​ໃຫ້​ບັນດາ​ໜ້າ​ທີ່, ມາດ​ຕະການ​ແກ້​ໄຂ​ຕົ້ນ​ຕໍ່​ປົວ​ແປງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ, ຍົກສູງ​ກຳລັງ​ແກ່ງ​ແຍ່ງ​ແຫ່ງ​ຊາດ, ຮັບປະກັນ​​ຮອດ​ທ້າຍ​ປີ 2015 ດັດຊະນີ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ​ຂອງ​ຫວຽດນາມ ​ຕາມ​ຕາຕະລາງ​ຈັດ​ອັນ​ດັບຂອງ​ທະນາຄານ​ໂລກ. ​​ເພື່ອ​ສືບ​ຕໍ່​ຍູ້​ແຮງ​ການ​ສ້າງ​ໂຄງ​ປະກອບລັດ​ວິ​ສາ​ຫະກິດ​ຄືນ​ໃໝ່, ສູ້​ຊົນ​ສຳ​ເລັດ​ແຜນການ​ຊັບຊ້ອນ, ປ່ຽນ​ໃໝ່​ລັດວິ​ສາ​ຫະກິດ​​ຄືນ​ໃໝ່​ໃນ​ປີ 2015, ລັດຖະບານ​ໄດ້​ຊີ້ນ​ຳບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງຖິ່ນ, ກຸ່ມ​ບໍລິ​ສັດ​ເສດ​ຖະກິດ, ບໍລິສັດ​ໃຫຍ່​ແຫ່ງ​ລັດ ປະຕິບັດ​ຢ່າງ​ຂ້ຽວຂາດກ​ວ່າ​ອີກ ​ເພື່ອ​ບັນລຸ​ໄດ້​ແຜນການ​ທີ່​ໄດ້​ວາງ​ອອກ, ພິ​ເສດ​ແມ່ນ​ການ​ຫັນ​ເປັນ​ຫຸ້ນ​ສ່ວນ, ຖອນ​ທຶນ​ຂອງ​ລັດ. ພ້ອມ​ກັນ​ນັ້ນ, ລັດຖະບານ​ກໍ່​ວາງ​ຈຸດໝາຍ​ຫຼຸດຜ່ອນ​ອຸບັດ​ຕິ​ເຫດ​ທາງ​ຄົມ​ມານະ​ຄົມ, ​ແກ້​ໄຂ​ສະພາບ​ໜີ້​ສິນ​ແກ່ຍາວ; ​ຕໍ່​ກຳ​ນົດເວລາປະຕິບັດບາງ​ຂໍ້​ກຳນົດ​ສຳລັບ​ຜະລິດ​ຕະພັນ​ປາຈາ ​ແຊ່​ເຢັ່ນຮອດ​ວັນ​ທີ 31/12/2015.

ຂ່າວ/ບົດ​ອື່ນ