ການຊ້ອມຮົບADMM+ແນໃສ່ຊຸກຍູ້ການຮ່ວມມືກ່ຽວກັບການປ້ອງກັນຄວາມສະຫງົບ

ການຊ້ອມຮົບADMM+ແນໃສ່ຊຸກຍູ້ການຮ່ວມມືກ່ຽວກັບການປ້ອງກັນຄວາມສະຫງົບ - ảnh 1
ພົນ​ທະ​ຫານ​ບັນ​ດາ​ປະ​ເທດADMM+
ພາບ:tuoitre.vn
(vovworld)-ແຕ່​ວັນ​ທີ 2-12/5, ການ​ຊ້ອມ​ຮົບ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ການ​ເດີນ​ທະ​ເລ ແລະ ຕ້ານ​ການກໍ່​ການ​ຮ້າຍ ຕາມ​ກົນ​ໄກ​ຂອງກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ບັນ​ດາ​ປະ​ເທດ ອາ​ຊຽນ ເປີດກວ້າງ ໂດຍ​ບັນ​ດາ​ກຳ​ລັງ​ປະ​ກອບ​ອາ​ວຸດ ບ​ຣູ​ໄນ ແລະ ບັນ​ດາ​ກຳ​ລັງ​ປະ​ກອບ​ອາ​ວຸດ ສິງ​ກະ​ໂປ ຮ່ວມ​ຈັດ​ຕັ້ງ ໄດ້​ດຳ​ເນີນ​ໄປ​ຢູ່ ສິງ​ກະ​ໂປ ແລະ ບ​ຣູ​ໄນ. ເຂົ້າ​ຮ່ວມ​ການ​ຊ້ອມ​ຮົບ​ຮ່ວມ​ຄັ້ງ​ນີ້ ມີ​​ພົນທະ​ຫານ 3.500 ຄົນ, ກຳ​ປັ່ນ​ທະ​ຫານ​ເຮືອ 18 ລຳ​, ເຮືອ​ບິນ 25 ລຳ ແລະ ກອງ​ທະ​ຫານ​ປະ​ຕິ​ບັດ​ຫນ້າ​ທີ່​ພິ​ເສດ​ມາ​ຈາກ 18 ປະ​ເທດ ADMM+. ການ​ຊ້ອມ​ຮົບ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ຫລາຍ​ປະ​ເທດ ເພື່ອ​ຮັກ​ສາ​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ​ໃນ​ພາກ​ພື້ນ. ADMM+ ລວມ​ມີ 10 ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ ພ້ອມ​ກັບ 8 ປະ​ເທດ​ຄູ່​ເຈ​ລະ​ຈາ​ຄື: ອົດ​ສະ​ຕາ​ລີ, ຈີນ, ຍີ່​ປຸ່ນ, ອິນ​ເດຍ, ສ​ເກົາ​ຫລີ, ນິວ​ເຊີ​ແລນ, ລັດ​ເຊຍ ແລະ ອາ​ເມ​ລິ​ກາ.

ຕອບກັບ

ຂ່າວ/ບົດ​ອື່ນ