ການຊ້ອມຮົບຕົວຈິງກ່ຽວກັບການປ້ອງກັນຄວາມໝັ້ນຄົງໃນການເດີນທະເລ ADMM+

(VOVWORLD) -ການຊ້ອມຮົບຕົວຈິງ ADMM+ (ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດອາຊຽນເປີດກ້ວາງ) ຄັ້ງທີ 4 ກ່ຽວກັບການປ້ອງກັນຄວາມໝັ້ນຄົງໃນການເດີນທະເລຫາກໍ່ອັດລົງຢູ່ສິງກະໂປ ເມື່ອ ວັນທີ 12 ພຶດສະພາ. ກຳປັ່ນ 016-ກວາງຈຸງຂອງເຫຼົ່າທັບທະຫານເຮືອຫວຽດນາມ ໄດ້ເຂົ້າຮ່ວມການຊ້ອມຮົບດັ່ງກ່າວ.
ການຊ້ອມຮົບຕົວຈິງກ່ຽວກັບການປ້ອງກັນຄວາມໝັ້ນຄົງໃນການເດີນທະເລ ADMM+ - ảnh 1

(ສະມາຊິກເຂົົ້າຮ່ວມການສ້ອມຮົບ. ພາບ: haiquanvietnam)

ຕາມຄຳຖະແຫຼງເມື່ອວັນທີ 12 ພຶດສະພາຂອງກະຊວງປ້ອງກັນປະເທດສິງກະໂປ, ການຝຶກຊ້ອມຕົວຈິງ ADMM+ ໂດຍສິງກະໂປ ແລະ ສ.ເກົາຫຼີ ພ້ອມກັນຈັດຕັ້ງຂຶ້ນນັບແຕ່ວັນທີ 30 ເມສາ. ພິທີອັດເຫດການດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 12 ພຶດສະພາ. ໃນການຊ້ອມຮົບຄັ້ງນີ້, ບັນດາກົມກອງທະຫານເຮືອໄດ້ເຂົ້າຮ່ວມການຊ້ອມຮົບກ່ຽວກັບການປ້ອງກັນຄວາມໝັ້ນຄົງໃນການເດີນເຮືອຄື: ການລຳລຽງບົນທະເລ, ປ້ອງກັນບັນດາເປົ້າໝາຍຕົ້ນຕໍ, ການຝຶກຊ້ອມເພື່ອເກີດການປະທະກັນບົນທະເລໂດຍກະທັນຫັນ, ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບເປົ້າໝາຍທີ່ຖືກສົງໃສບົນທະເລ, ການບິນຂຶ້ນ ແລະ ລົງຈອດຂອງເຮືອບິນເອລີກອບແຕໃນກຳປັ່ນ…

    ADMM+ ລວມມີ 10 ປະເທດອາຊຽນ ແລະ ອົດສະຕາລີ, ຈີນ, ຍີ່ປຸ່ນ, ອິນເດຍ, ສ.ເກົາຫຼີ, ນີວຊີແລນ, ລັດເຊຍ ແລະ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ