ການ​ຊ້ອມ​ຮົບຫຼາຍ​ຝ່າຍ​ກອງ​ທັບ​ເຮືອ​ບັນ​ດາ​ປະ​ເທດ ອາ​ຊຽນ

(VOVWORLD) - AMNEX 2 ຖືກຈັດຂຶ້ນເພື່ອແນໃສ່ຊຸກຍູ້ 3 ເສົາຄ້ຳຕົ້ນຕໍ ນັ້ນແມ່ນ ຄວາມສາມາດກະທົບຕອບ, ຄວາມສາມາດຮັບມື ແລະ ຄວາມພ້ອມ ເພື່ອແກ້ໄຂບັນດາຄວາມວິຕົກກັງວົນລວມຂອງບັນດາປະເທດທີ່ມີຊາຍແດນທະເລຕິດຈອດກັນ.
ການ​ຊ້ອມ​ຮົບຫຼາຍ​ຝ່າຍ​ກອງ​ທັບ​ເຮືອ​ບັນ​ດາ​ປະ​ເທດ ອາ​ຊຽນ - ảnh 1ພິທີໄຂການຊ້ອມຮັບຫຼາຍຝ່າຍກອງທັບເຮືອບັນດາປະເທດ ອາຊຽນ ຄັ້ງທີ 2

ວັນທີ 12 ພຶດສະພາ, ຢູ່ຖານທີ່ໝັ້ນກອງທັບເຮືອ Subic ຂອງ ຟີລິບປິນ, ໄດ້ດຳເນີນພິທີໄຂການຊ້ອມຮົບຫຼາຍຝ່າຍກອງທັບເຮືອບັນດາປະເທດ ອາຊຽນ ຄັ້ງທີ 2 (AMNEX 2). ເຂົ້າຮ່ວມການຊ້ອມຮົບຄັ້ງນີ້ ມີກັບຕັນເຮືອກອງທັບ ບັນດາປະເທດ ອາຊຽນ. ຄະນະ ຫວຽດນາມ ມີທ່ານພົນເອກ ຫງວຽນວັນເງິນ, ຮອງຫົວໜ້າເສນາທິການ ທະຫານເຮືອເຂດ 4 , ຫົວໜ້າຄະນະປະຕິບັດງານ ແລະ ທ່ານພົນຕີ ມ໊າງວຽນແທັງ, ກັບຕັນເຮືອ 015 - ເຈິ່ນຮຶງດ້າວ ໄດ້ເຂົ້າຮ່ວມພິທີໄຂ.

        AMNEX 2 ຖືກຈັດຂຶ້ນເພື່ອແນໃສ່ຊຸກຍູ້ 3 ເສົາຄ້ຳຕົ້ນຕໍ ນັ້ນແມ່ນ ຄວາມສາມາດກະທົບຕອບ, ຄວາມສາມາດຮັບມື ແລະ ຄວາມພ້ອມ ເພື່ອແກ້ໄຂບັນດາຄວາມວິຕົກກັງວົນລວມຂອງບັນດາປະເທດທີ່ມີຊາຍແດນທະເລຕິດຈອດກັນ.

        ເຂົ້າຮ່ວມການຊ້ອມຮົບ AMNEX 2 ລວມມີ ເຮືອກອງທັບເຮືອ ບັນດາປະເທດ ຫວຽດນາມ, ສິງກະໂປ, ມາເລເຊຍ, ອິນໂດເນເຊຍ, ໄທ, ບຣູໄນ ແລະ ປະເທດເຈົ້າພາບ ຟີລິບປິນ.


ຕອບກັບ

ຂ່າວ/ບົດ​ອື່ນ