ການຊອ້ມຮົບຮ່ວມລະ ຫວ່າງທະຫານເຮືອອິນໂດ ເນເຊຍ ແລະ ໄທ

ການຊອ້ມຮົບຮ່ວມລະ ຫວ່າງທະຫານເຮືອອິນໂດ ເນເຊຍ ແລະ ໄທ - ảnh 1

(ພາບ: baotintuc.vn)

(vovworld)-​​​​ ທະຫານ​ເຮືອ​ອິນ​ໂດ​ເນ​ເຊຍ ​ແລະ ​ໄທ ພວມ​ດຳ​ເນີນ​ການ​ຊ້ອມ​ຮົບ​ຮ່ວມທີ່​ມີ​ຊື່ວ່າ “ນົກ​ອິນຊີ​ທະ​ເລ AB-13“ ຢູ່ Surabaya  ​ເມືອງ​ເອກ​​ແຂວງ Java ຕາ​ເວັນ​ອອກ-ປະ​ເທດອິນ​ໂດ​ເນ​ເຊຍ. ການ​ຊ້ອມ​ຮົບ​ຮ່ວມ​ຄັ້ງນີ້ ຈະ​ປັບປຸງ​ການ​ຮ່ວມ​ມື ​ແລະ ຍົກ​ສູງ​ຄວາມ​ສາມາດ​ປະຕິບັດ​ໜ້າ​ທີ່​ຂອງທະຫານ​ເຮືອສອງ​ປະ​ເທດ. ການ​ຊ້ອມ​ຮົບ​ຮ່ວມ​ນີ້ ຖືກ​ດຳ​ເນີນ​ໄປ​ໃນ​ເວລາ 2 ປີ​ເທື່ອ​ 1 ​ເພື່ອ​ແນ​ໃສ່​ຮັກສາ ​ແລະ ປັບປຸງ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ໃນ​ຂອບ​ເຂດ​ເພີ່ມ​ທະວີ​ການ​ຮັບປະກັນ​ຄວາ​ມສະຫງົບ​ປອດ​ໄພ​ຂອງ​ພາກ​ພື້ນ. ທ່ານ​ພັນ​ເອກ Rachmad Jayadi ຜູ້​ບັນຊາ​ການ​ທະຫານ​ເຮືອ​ອິນ​ໂດ​ເນ​ເຊຍ ​ເຂົ້າຮ່ວມ​ການ​ຊ້ອ​ມຮົບ​ໃຫ້​ຮູ້​ວ່າ: ການ​ຊ້ອມ​ຮົບ “ນົກ​ອິນຊີ​ທະ​ເລ AB-13“ ຈະ​ລວມມີ​ການ​ແກ້​ໄຂ​ບັນດາ​ກໍລະນີ​ພື້ນຖານ​ເພື່ອ​ຍົກ​ສູງ​ຄວາມ​ສາມາດ​ດ້ານ​ຍຸດທະວິທີ, ​ເພີ່ມ​ທະວີ​ປະສິດທິຜົນ​ການ​ແລກປ່ຽນ​ບັນຊາ, ການ​ຕິດ​ຕໍ່​ພົວພັນ, ​ແລະ ການ​ຮົບ​ບົນ​ທະ​ເລ. ກອງທັບ​ເຮືອກ​ໄທ ​ໄດ້​ສົ່ງ​ສຳ​ປັ່ນ 2 ລຳ​ເຂົ້າຮ່ວມ​ການ​ຊ້ອມ​ຮົບ​ຄັ້ງນີ້.

 

 

 

 

ຂ່າວ/ບົດ​ອື່ນ