ການຍິງປືນຢູ່ຕໍ່ໜ້າສຳນັກງານສະພາແຫ່ງຊາດ ອາເມລິກາ

ການຍິງປືນຢູ່ຕໍ່ໜ້າສຳນັກງານສະພາແຫ່ງຊາດ ອາເມລິກາ - ảnh 1
ເຫດຍິງປືນເກີດຂຶ້ນຢູ່ຕໍ່ໜ້າສຳນັກງານສະພາແຫ່ງຊາດ
(ພາບ: AP)

(vovworld) – ການ​ຍິງ​ປືນ​ເກີດ​ຂຶ້ນ​ໃນ​ຮຸ່ງ​ເຊົ້າວັນ​ທີ 4/10 (ຕາມ​ເວລາ ຫວຽດນາມ), ຢູ່​ໃກ້​ກັບ​ສຳນັກງານ​ສະພາ​ແຫ່ງ​ຊາດ​ຢູ່​ນະຄອນຫຼວງ ວໍ​ຊິງ​ຕັນ ດີ​ຊີ, ອາ​ເມ​ລິ​ກາ. ​ເຫດການ​ນີ້​ເກີດ​ຂຶ້ນ​ເມື່ອ​ມີ​ແມ່ຍິງ​ຄົນ​ໜຶ່ງ​ຂັບລົດ​ເຂົ້າ​​ເຂດ​ເກືອດ​ຫ້າມ​ຢູ່​ຕໍ່ໜ້າ​ທຳນຽບຂາວ ​ແລະ ຖືກ​ພາລະ​ກອນ​ປ້ອງ​ກັນ​ຄວາມ​ສະຫງົບ​ສະກັດ​ໄວ້. ​ໃນ​ຂະນະ​ທີ່​ພວມ​​ໂຕ້​ຖຽງ​ກັນ​ກັບ​ຕຳຫຼວດ, ​ແມ່ຍິງ​ຄົນ​ນີ້​​ໄດ້​ຂັບລົດຕຳ່​ໃສ່​ຮົ້ວ​ກີດຂວາງ​ຢ່າງ​ກະທັນຫັນ​ແລ້ວ​ໜີ​ໄປ. ຕຳຫຼວດ ​ແລະ ​ສອບ​ແນມ​​ ອາ​ເມ​ລິ​ກາ ໄດ້​ໄລ່​ຕາມລົດ​ຄັນ​ນີ້​​​ໂດຍ​ທັນທີ ​ແຕ່​ຜູ້ຍິງ​ຄົນ​ນີ້​ພັດ​ບໍ່​ຢຸດ​ໄວ້ ຍັງ​ຄົງ​ສືບ​ຕໍ່​ຂັບລົດ​ແລ່ນ ​ເຮັດ​​ໃຫ້​ຕຳຫຼວດ​ຕ້ອງ​ຍິງ​ປືນ. ຕາມ​ແຫຼ່ງຂ່າວ​ຂອງ​ຕຳຫຼວດ​​​ແລ້ວ ແມ່ຍິງ​ຄົນ​ນີ້​​ໄດ້ຖືກ​ຈັບ​ຕົວ. ​ໃນ​ຂະ​ນະ​ນັ້ນ, ສະມາຊິກ​ສະພາ​ແຫ່ງ​ຊາດ ທ່ານ Michael McCaul ຂອງພັກສາ​ທາ​ລະນະ​ພັດເວົ້າວ່າ: ທ່ານ​ໄດ້ຮັບ​ຂ່າວ​ຈາກ​ກະຊວງປ້ອງ​ກັນ​ຄວາມ​ສະຫງົບ​ພາຍ​ໃນ​ວ່າ: ​ແມ່ຍິງ​ຜູ້​ນີ້​ໄດ້​ເສຍ​ຊີວິດ​ແລ້ວ.    

   

ຂ່າວ/ບົດ​ອື່ນ