ການຍ່າງຮ່ວມກັນເພື່ອຊ່ວຍເຫຼືອຜູ້ຖືກຜົນສະທ້ອນຈາກທາດພິດສີສ້ົມ ແລະຄົນພິການທຸກຍາກ

(VOVWORLD) -ຕອນເຊົ້າວັນທີ 5 ສິງຫາ, ມີນັກອາສາສະໝັກ ສະພາກາແດງ ແລະ ປະຊາຊົນນະຄອນໂຮ່ຈີມິນຂອງຫວຽດນາມ ກວ່າ 5.000 ຄົນ ໄດ້ເຂົ້າຮ່ວມການຍ່າງຮ່ວມກັນ “ເພື່ອຜູ້ຖືກຜົນສະທ້ອນຈາກທາດພິດສີສົ້ມ ແລະ ຄົນພິການທີ່ທຸກຍາກ ຄັ້ງທີ 12 ປີ 2018” ຢູ່ສວນສາທາລະນະວັດທະນະທໍາ ເດີ່ມແຊນ, ເມືອງ 11, ນະຄອນໂຮ່ຈີມິນ.

ການຍ່າງຮ່ວມກັນເພື່ອຊ່ວຍເຫຼືອຜູ້ຖືກຜົນສະທ້ອນຈາກທາດພິດສີສ້ົມ ແລະຄົນພິການທຸກຍາກ - ảnh 1 ການນໍາ, ປະຊາົນ, ອາສາສະໝັກນະຄອນໂຮ່ຈີມິນ ພ້ອມດ້ວຍຜູ້ຖືກຜົນສະທ້ອນຈາກທາດພິດສີສົ້ມ ເຂົ້າຮ່ວມການຍ່າງ

(ພາບ:voh.com.vn)

ດ້ວຍຫົວຂໍ້ວ່າ ສະພາກາແດງ - ເພື່ອທຸກຄົນ, ຢູ່ທຸກແຫ່ງຫົນ”, ການແຂ່ງຂັນຍ່າງນີ້ ໂດຍສະພາກາແດງນະຄອນໂຮ່ຈີມິນຈັດຕັ້ງຂຶ້ນ ເພື່ອແນໃສ່ຕອບສະໜອງເດືອນເຄື່ອນໄຫວ “ເພື່ອຜູ້ຖືກຜົນສະທ້ອນຈາກທາດພິດສີສົ້ມ ແລະຄົນພິການທີ່ທຸກຍາກ” ໃນລະຫວ່າງວັນທີ 5 ສິງຫາ ຫາວັນທີ 5 ກັນຍາ 2018 ໂດຍສູນກາງສະພາກາແດງຫວຽດນາມ ປຸກລະດົມ ເນື່ອງໃນໂອກາດ ວັນເພື່ອຜູ້ຖືກຜົນສະທ້ອນຈາກທາດພິດສີສົ້ມ (10 ສິງຫາ) ແລະ ວັນມະນຸດສະທໍາໂລກ (19 ສິງຫາ). ເຂົ້າຮ່ວມການຍ່າງ, ນາງ ຫງວຽນທິຮວາ ເຊິ່ງເປັນປະຊາຊົນນະຄອນໂຮ່ຈີມິນ, ໃຫ້ຮູ້ວ່າ:

        “ຂ້າພະເຈົ້າເຫັນວ່າ ການຍ່າງນີ້ທັງມ່ວນ ແລະມີຄວາມໝາຍທີ່ສຸດ. ທີໜຶ່ງແມ່ນເຮົາຍ່າງເພື່ອສຸຂະພາບຂອງຕົນເອງ, ທີສອງແມ່ນເພື່ອຊ່ວຍເຫຼືອ ບັນດາຜູ້ຖືກຜົນສະທ້ອນຈາກທາດພິດສີສົ້ມ ແລະ ການເຄື່ອນໄຫວກຸສົນ. ຂ້າພະເຈົ້າຫວັງວ່າ ວົງຄະນະຍາດຂອງພວກເຮົາຈະຮ່ວມແຮງຮ່ວມໃຈຊ່ວຍເຫຼືອຄົນພິການ ແລະ ຜູ້ຖືກຜົນສະທ້ອນຈາກທາດພິດສີສົ້ມ ຍາມໃດກໍມີສຸຂະພາບເຂັ້ມແຂງ, ມີຄວາມໄວ້ເນື້ອເຊື່ອໃຈເພື່ອສູ້ຊົນບືນຕົວຂຶ້ນ”.


 

ຕອບກັບ

ຂ່າວ/ບົດ​ອື່ນ