ການດັດສົມບາງເຂດຊາຍແດນທາງບົກ ລະຫວ່າງຫວຽດນາມ-ກຳປູເຈຍ

ການດັດສົມບາງເຂດຊາຍແດນທາງບົກ ລະຫວ່າງຫວຽດນາມ-ກຳປູເຈຍ - ảnh 1
ພາບປະກອບ



( vovworld ) – ​ໃນ​ການ​ຢ້ຽມຢາມ​ກຳປູ​ເຈຍ​ແຕ່​ວັນ​ທີ 12-14/3, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ​ໂຮ່ຊວນ​ເຊີນ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ທ່ານ​ລັດຖະມົນຕີ​ຂັ້ນສູງ​ກຳປູ​ເຈຍ Var Kimhong ​ເພື່ອ​ສຳ​ຫຼວດກວດຄືນ​ການ​ປະຕິບັດ​ບົດ​ບັນທຶກ​ຊ່ວຍ​ຈຳ​ລະຫວ່າງ​ສອງ​ປະ​ເທດ ຊື່​ງ​ໄດ້​ລົງ​ນາມ​ເມື່ອ​ເດືອນ 4/2011 ກ່ຽວ​ກັບການ​ດັດສົມ​ບາງ​ເຂດ​ຊາຍ​ແດນ​ທາງບົກ​. ນະ​ທີ່​ນີ້, ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ວ່າ ວຽກ​ງານ​ທັງ​ໝົດ ກ່ຽວ​ກັບ​ການຂີດເສັ້ນຊາຍແດນ, ​ປັກ​ລັກ​ໝາຍ​ ​ແລະ ​ແລ​ກປ່ຽນ​ເນື້ອ​ທີ່​ດິນ​ລຽບ​ຕາມ​ຊາຍ​ແດນລະຫວ່າງຫວຽດນາມ-​ກຳປູ​ເຈຍ ຊື່​ງ​ໄດ້​ລະບຸ​ໄວ້​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ ຊື່​ງຈະ​ປະຕິບັດ​ສຳ​ເລັດ​ກ່ອນ​ທ້າຍ​ເດືອນ 6/2012. ຜູ້ຕາງໜ້າ​ຂອງຫວຽດນາມ-​ກຳປູ​ເຈຍ ຖື​ວ່າ ສອງ​ປະ​ເທດ​ຄວນ​ເພີ່ມ​ທະວີ​ການ​ຮ່ວມ​ມື ​ແລະ ​ພະ​ຍາ​ຍາມຫຼາຍ​ກ່ວາ​ອີກ ​ເພື່ອ​ປະຕິບັດ​ສຳ​ເລັດວຽກ​ງານ​ທັງ​ໝົດ. ​ເນື່ອງ​ໃນ​ໂອກາດ​ນີ້, ຕາງໜ້າ​ລັດຖະບານ​ສອງ​ປະ​ເທດ, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ​ໂຮ່ຊວນ​ເຊີນ ​ແລະ ທ່ານ​ລັດຖະມົນຕີ​ຂັ້ນສູງ​ກຳປູ​ເຈຍ Var Kimhong ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ​ກ່ຽວ​ກັບ​ເລື່ອງ​ລັດຖະບານ​ຫວຽດນາມ ໜູນ​ຊ່ວຍ​ລັດຖະບານ​ກຳປູ​ເຈຍ ​ໃນ​ການ​ຜະລິດ​ຊຸດ​ແຜນ​ທີ່​ເຂດ​ຊາຍ​ແດນຫວຽດນາມ-​ກຳປູ​ເຈຍ.

ຂ່າວ/ບົດ​ອື່ນ