ກໍານົດທິດຍຸດທະສາດພັດທະນາຂະແໜງນໍ້າມັນອາຍແກັດ ໃຫ້ແກ່ໄລຍະໃໝ່

(VOVWORLD) - ໃນສະພາບຫັນປ່ຽນພະລັງງານ ຕ້ອງເອົາໃຈໃສ່ເຖິງການເສີມຂະຫຍາຍກຳລັງບົ່ມຊ້ອນ, ທ່າໄດ້ປຽບຂອງຂະແໜງການເພື່ອພັດທະນາພະລັງງານທົດແທນ, ພະລັງງານໃໝ່, ນີ້ແມ່ນທິດທາງພັດທະນາທີ່ມີລັກສະນະບຸກທະລຸ; ຮັບປະກັນການພັດທະນາແຫຼ່ງອາຍແກັດແບບຍືນຍົງ, ທັນສະໄໝ ຕິດພັນກັບການຊຸກຍູ້ການຫັນເປັນສີຂຽວ, ຫັນເປັນດີຈີຕອນຢ່າງວ່ອງໄວ. 
ກໍານົດທິດຍຸດທະສາດພັດທະນາຂະແໜງນໍ້າມັນອາຍແກັດ ໃຫ້ແກ່ໄລຍະໃໝ່ - ảnh 1ຖານເຈາະນ້ຳມັນບໍ່ ແບກໂຫ (ພາບປະກອບ: TTXVN)

ຕອນບ່າຍວັນທີ 21 ສິງຫາ, ຢູ່ຮ່າໂນ້ຍ, ຄະນະເສດຖະກິດສູນກາງໄດ້ເປັນເຈົ້າພາບ ແລະ ສົມທົບກັບກະຊວງອຸດສາຫະກຳ ແລະ ການຄ້າ ແລະ ກຸ່ມບໍລິສັດນ້ຳມັນອາຍອັດແກັດຫວຽດນາມ (Petrovienam) ຈັດກອງປະຊຸມເຊື່ອມຊຶມ ແລະ ຜັນຂະຫຍາຍປະຕິບັດບົດສະຫຼຸບຂອງກົມການເມືອງ ກ່ຽວກັບການກຳນົດທິດຍຸດທະສາດພັດທະນາຂະແໜງນ້ຳມັນອາຍແກັດ ຫວຽດນາມ ຮອດປີ 2025, ວິໄສທັດຮອດປີ 2035 ແລະ ບາງການກຳນົດທິດສຳລັບໄລຍະໃໝ່. ກ່າວຄຳເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ຫົວໜ້າຄະນະເສດຖະກິດສູນກາງພັກ ໄດ້ເນັ້ນໜັກວ່າ:  ໃນສະພາບຫັນປ່ຽນພະລັງງານ ຕ້ອງເອົາໃຈໃສ່ເຖິງການເສີມຂະຫຍາຍກຳລັງບົ່ມຊ້ອນ, ທ່າໄດ້ປຽບຂອງຂະແໜງການເພື່ອພັດທະນາພະລັງງານທົດແທນ, ພະລັງງານໃໝ່, ນີ້ແມ່ນທິດທາງພັດທະນາທີ່ມີລັກສະນະບຸກທະລຸ; ຮັບປະກັນການພັດທະນາແຫຼ່ງອາຍແກັດແບບຍືນຍົງ, ທັນສະໄໝ ຕິດພັນກັບການຊຸກຍູ້ການຫັນເປັນສີຂຽວ, ຫັນເປັນດີຈີຕອນຢ່າງວ່ອງໄວ, ພ້ອມດຽວກັນນັ້ນ ແມ່ນພັດທະນາອຸດສາຫະກຳປຸງແຕ່ງ, ປະດິດສ້າງທີ່ກ້າວໜ້າ, ທັນສະໄໝ ຕາມທິດຍົກສູງກຳລັງຄວາມສາມາດເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຫັນເປັນການເພີ່ມທະວີອັດຕາສ່ວນຢູ່ພາຍໃນປະເທດ.


ຕອບກັບ

ຂ່າວ/ບົດ​ອື່ນ