ການຕີລາຄາ, ຜັນຂະຫຍາຍນະໂຍບາຍຫຼຸດຜ່ອນຄວາມທຸກຍາກຕ້ອງແທດຈິງ

ການຕີລາຄາ, ຜັນຂະຫຍາຍນະໂຍບາຍຫຼຸດຜ່ອນຄວາມທຸກຍາກຕ້ອງແທດຈິງ - ảnh 1
(ທ່ານ​ນາງລັດຖະມົນຕີກະຊວງ​ແຮງ​ງານ,
ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ຟ້າ​ມທິຫາຍ​ຈ່ວຽນ)


(vovworld) – ​ເນື່ອງ​ໃນ​ໂອກາດ​ເດືອນ​ເພື່ອ​ຄົນ​ທຸກ​ຍາກ, ​ໃນ​ລາຍການ “ປະຊາຊົນ​ຖາມ - ລັດຖະມົນຕີ​ຕອບ”, ວັນ​ທີ 12/10, ທ່ານ​ນາງລັດຖະມົນຕີກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ຟ້າ​ມທິຫາຍ​ຈ່ວຽນ ​ໄດ້​ຕອບ​ຫຼາຍ​ຄຳ​ຖາມ​ເຊິ່ງປະຊາຊົນ​ມີ​ຄວາມ​ສົນ​ໃຈ​ກ່ຽວ​ກັບ ການພະ​ຈາລະ​ນາ​ຈັດ​ອັນ​ດັບຄ​ອບຄົວ​ທຸກ​ຍາກ​ຢູ່​ບັນດາ​ທ້ອງ​ຖິ່ນ; ​ເລື່ອງສ້າງ​​ມາດຖານ​ຄອບຄົວ​ທຸກ​ຍາກ​ໃໝ່ຕາມວິ​ທີສຳ​ພັດ​​ຫຼາຍ​ດ້ວຍຫຼາຍແງ່​ມູມຮອບດ້ານ; ນະ​ໂຍບາຍ​​ຊ່ວຍ​ເຫຼືອ​ຄົນ​ທຸກ​ຍາກ​ໃຫ້​ຫຼຸດ​ພົ້ນອອກ​ຈາກ​ຄວາມທຸກ​ຍາກ​ຢ່າງ​ໝັ້ນຄົງ.

        ທ່ານ​ນາງ​ຟ້າ​ມທິຫາຍ​ຈ່ວຽນ ​ໃຫ້​ຂໍ້​ສັງ​ເກດ​ວ່າ, ການ​ຜິດ​ດ່ຽງ​ລະຫວ່າງ​ຄອບຄົວ​ທຸກ​ຍາກ ​ແລະ ຄອບຄົວ​ໃກ້​ຈະ​ທຸກ​ຍາກ​ແມ່ນ​ບໍ່​ຫຼາຍ, ລັດຖະບານ​ໄດ້​ໃຫ້​ບຸລິມະສິດ​ຕາມ​ລຳດັບ​ໃຫ້​ເປົ້າ​ໝາຍ​ແມ່ນ​ຄອບຄົວ​ທຸກ​ຍາກ, ຄອບ​ຄົວ​ຫາ​ກໍ່​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ ​ແລະ ຄອບຄົວ​​ໃກ້​ຈະທຸກ​ຍາກ. ​ໃນ​ນັ້ນ, ນະ​ໂຍບາຍ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ຍັງ​ຄົບ​ສືບ​ຕໍ່ໄດ້​ຮັບ​ບຸລິມະສິດ, ​ໂດຍ​ສະ​ເພາະ​ແມ່ນ​ສຳລັບ​ຄົນ​ທຸກ​ຍາກ​ຢູ່​ເຂດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ເປັນ​ພິ​ເສດ, ​ເຂດ​ພູດ​ອຍ​ເພື່ອຫຼຸດ​ຜ່ອນ​ຄວາມ​ຜິດ​ໂຕນ​ລະຫວ່າງ​ບັນດາ​ເປົ້າ​ໝາຍ​ດັ່ງກ່າວ.

ຂ່າວ/ບົດ​ອື່ນ