ການຕ້ອນຮັບບຸນປີໃໝ່ປີມະໂລງ 2024 ຢູ່ອາເມລິກາ ແລະ ຍີ່ປຸ່ນ

(VOVWORLD) - ທ່ານເອກອັກຄະລັດຖະທູດ ຫງວຽນກວັກຢຸ້ງ ໄດ້ຫວນຄືນຫຼາຍຜົນງານພົ້ນເດັ່ນຂອງປະເທດຊາດ ແລະ ສາຍພົວພັນ ຫວຽດນາມ - ອາເມລິກາ ໃນປີຜ່ານມາ, ໃນນັ້ນຈຸດເດັ່ນແມ່ນເລື່ອງສອງປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານເພື່ອສັນຕິພາບ

ຫວ່າງແລ້ວນີ້, ສະຖານທູດ ຫວຽດນາມ ປະຈຳ ອາເມລິກາ ໄດ້ຈັດລາຍການ ລະດູບານໃໝ່ຂອງບ້ານເກີດເມືອງນອນ ຂ່ຳນັບຮັບຕ້ອນປີມະໂລງ 2024. ມີກ່ວາ 600 ຄົນເຊິ່ງເປັນຜູ້ຕາງໜ້າຂອງປະຊາຄົມ ຊາວ ຫວຽດນາມ ມາຈາກລັດຕ່າງໆຂອງ ອາເມລິກາ ພ້ອມກັບເພື່ອນມິດ ອາເມລິກາ ແລະ ສາກົນທີ່ມີຄວາມສະໜິດຕິດພັນກັບ ຫວຽດນາມ ເຂົ້າຮ່ວມພິທີ.

ການຕ້ອນຮັບບຸນປີໃໝ່ປີມະໂລງ 2024 ຢູ່ອາເມລິກາ ແລະ ຍີ່ປຸ່ນ - ảnh 1ບຸນເຕັດຂອງປະຊາຄົມຊາວ ຫວຽດນາມ ຈັດຂຶ້ນຢູ່ ອາເມລິກາ

 

ກ່າວຄຳເຫັນນະທີ່ນີ້, ທ່ານເອກອັກຄະລັດຖະທູດ ຫງວຽນກວັກຢຸ້ງ ໄດ້ຫວນຄືນຫຼາຍຜົນງານພົ້ນເດັ່ນຂອງປະເທດຊາດ ແລະ ສາຍພົວພັນ ຫວຽດນາມ - ອາເມລິກາ ໃນປີຜ່ານມາ, ໃນນັ້ນຈຸດເດັ່ນແມ່ນເລື່ອງສອງປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານເພື່ອສັນຕິພາບ, ການຮ່ວມມື ແລະ ພັດທະນາແບບຍືນຍົງ ເນື່ອງໃນໂອກາດການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານາທິບໍດີ ອາເມລິກາ Joe Biden ໃນເດືອນ ກັນຍາ 2023. ທ່ານເອກອັກຄະລັດຖະທູດ ຫງວຽນກວັກຢຸ້ງ ແບ່ງປັນວ່າ:

        “ສະຖານທູດ ຫວຽດນາມ ປະຈຳ ວໍຊິງຕັນ ດີຊີ ຈັດຕັ້ງພິທີຕ້ອນຮັບບຸນປີໃໝ່ຂອງບ້ານເກີດເມືອງນອນ ປິມະໂລງ 2024 ເພື່ອໃຫ້ພໍ່ແມ່ປະຊາຊົນ ຫວຽດນາມ ສະເຫຼີມສະຫຼອງ, ຄິດເຖິງບ້ານເກີດເມືອງນອນ, ຄິດເຖິງສີສັນຂອງບຸນເຕັດ ທີ່ເຕັມໄປດ້ວຍຄວາມສະໜິດແໜ້ນ, ຄວາມຮັກແພງສຳລັບຊາວ ຫວຽດນາມ ແຕ່ລະຄົນ. ບັນດາການເຄື່ອນໄຫວແບບນີ້ຈະເຮັດໃຫ້ປະຊາຄົມເພີ່ມຄວາມສະໜິດຕິດພັນນຳກັນ, ເຮັດໃຫ້ພວກເຮົາມີຄວາມຮັກແພງກັນກ່ວາ, ຮັດແໜ້ນຄວາມສາມັກຄີ, ພ້ອມກັນອ່ວາຍໜ້າເມືອຫາປະເທດຊາດ, ປະກອບສ່ວນຫຼາຍກ່ວາໃຫ້ແກ່ບ້ານເກີດເມືອງນອນ”.

ການຕ້ອນຮັບບຸນປີໃໝ່ປີມະໂລງ 2024 ຢູ່ອາເມລິກາ ແລະ ຍີ່ປຸ່ນ - ảnh 2ການສະແດງສິລະປະຈັດຂຶ້ນຢູ່ ຍີ່ປຸ່ນ

        ແລະ ກໍ່ໃນຕອນຄ່ຳວັນທີ 21 ມັງກອນ, ສະຖານທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ໄດ້ສົມທົບກັບສະຫະພັນຊາວ ຫວຽດນາມ ອາໄສ ຢູ່ ຍີ່ປຸ່ນ ຈັດບຸນເຕັດວົງຄະນະຍາດ - ລະດູບານໃໝ່ຂອງບ້ານເກີດເມືອງນອນປີມະໂລງ 2024.

        ກ່າວຄຳເຫັນນະທີ່ນີ້, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ຟ້າມກ໋ວາງຮ້ຽວ ໄດ້ສົ່ງຄຳຢຶ້ຢາມຖາມຂ່າວອັນຈິງໃຈ ແລະ ຄຳແບ່ງປັນອັນເລິກເຊິ່ງ ເຖິງປະຊາຊົນ ຍີ່ປຸ່ນ ແລະ ປະຊາຄົມຊາວ ຫວຽດນາມ ທຸກໆຄົນທີ່ຖືກຜົນສະທ້ອນຍ້ອນເຫດແຜ່ນດິນໄຫວທີ່ເກີດຂຶ້ນຢູ່ແຂວງ Ishikawa. ແລະ ທວນຄືນການພົວພັນ ຫວຽດນາມ -ຍີ່ປຸ່ນ, ປີ 2023 ທີ່ມີຄວາມໝາຍພິເສດ.

ຕອບກັບ

ຂ່າວ/ບົດ​ອື່ນ