ການຕອບບຸນແທນຄຸນບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ

ການຕອບບຸນແທນຄຸນບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ - ảnh 1
ພິທີ​ສວນ​ມົນ​​ອາ​ໄລ​ຫາ​ນັກຮົບວິລະ​ຊົນ​ທີ່​ໄດ້​ເສຍສະຫຼະ​ຊີວິດ

(vovworld) - ​ວັນ​ທີ 23/7, ຢູ່​ເຂດ​ປູຊະນີຍະ​ຖານ​ປະຫວັດ​ແຫ່ງ​ຊາດ​ພິ​ເສດ​ເມືອງ​ເກົ່າ​ກວາງ​ຈີ້, ສະມາຄົມ​ນັກ​ຮົບກຳ​ແພງ​ເກົ່າ ກວາງ​ຈີ້ ​ແລະ ສະມາຄົມ​ພຸດທະ​ສາສະໜາ ຫວຽດນາມ ​ແຂວງ ກວາງ​ຈີ້ ຈັດ​ຕັ້ງ​ພິທີ​ສວນ​ມົນ​​ອາ​ໄລ​ຫາ​ນັກຮົບວິລະ​ຊົນ​ທີ່​ໄດ້​ເສຍສະຫຼະ​ຊີວິດ​ ​ໃນບັ້ນ​ຮົບ​ປົກ​ປັກ​ຮັກສາກຳ​ແພງ​ເກົ່າ ກວາງ​ຈີ້ ​ເມື່ອປີ 1972. ການຕໍ່​ສູ້​​ປົກ​ປັກ​ຮັກສາກຳ​ແພງ​ເກົ່າ ກວາງ​ຈີ້ ປີ 1972 ​ໄດ້​ກາຍ​ເປັນ​ສັນຍາ​ລັກ​​ແຫ່ງເຈດ​ຈຳນົງ “ຍອມ​ສະຫຼະ​ຊີວິດ ​ເພື່ອ​​ໃຫ້ປະ​ເທດ​ຊາດ​ຍືນ​ຍົງຄົງ​ຕົວ​”, ​ແມ່ນຂີດ​ໝາຍ​ອັນ​ສະຫງ່າ​ລາສີ​ຂອງ​ລັດ​ທິວິລະ​ຊົນ​ປະຕິ​ວັດ. ທ່ານ ​ເລ​ຊວນ​ແຕ໋ງ, ປະທານ​ສະມາຄົມ​ນັກຮົບກຳ​ແພງ​ເກົ່າ ​ກວາງ​ຈີ້ ​ໃຫ້​ຮູ້​ວ່າ:

        “​ໃນ​ການຕໍ່​ສູ້ຢ່າງ​ດຸ​ເດືອດ​ນັ້ນ, ມີນັກຮົບນັບ​ໝຶ່ນຄົນ​ໄດ້​ເສຍສະຫຼະຊີວິດ, ພວກ​ຂ້າພະ​ເຈົ້າ​ຈັດ​ຕັ້ງພິທີ​ສວນ​ມົນ​ຂໍ​ໃຫ້​ວິນ​ຍານນັກຮົບທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ, ​ໄປ​ສູ່ສຸຄະ​ຕິ ​ເພື່ອສະ​ແດງຄວາມ​ຮູ້​ບຸນຄຸນ​ຂອງ​ສະມາຄົມ​ນັກຮົບ​ປົກ​ປັກ​ຮັກສາກຳ​ແພງ​ເກົ່າ​ ປີ 1972 ທີ່​ມີ​ຕໍ່​ຜູ້​ທີ່​ໄດ້​ເສຍສະຫຼະ​ເລືອດ​ເນື້ອ ​ແລະ ຄອບ​ຄົວ​ທີ່ມີ​ລູກ​ຫລານ​ເສຍສະຫຼະ​ຊີວິດທີ່​ນີ້.”

        ​ເນື່ອງ​ໃນ​ໂອກາດ​ນີ້, ​ຫລາຍ​ອົງການ, ຫົວໜ່ວຍ, ຜູ້​ໃຈ​ບຸນ​ໃຈກຸສົນ​ໄດ້​ມອບ​ໃຫ້​ສະ​ມາ​ຄົມ​ນັກຮົບກຳ​ແພງ​ເກົ່າ​ກວາງ​ຈີ້ 2 ຕື້​ດົ່ງ.

ດິ່ງ​ທ້ຽວ, ນັກ​ຂ່າວ VOV ປະຈຳ​ພາກ​ກາງ

ຂ່າວ/ບົດ​ອື່ນ