ການຕ່າງປະເທດປະຊາຊົນຕ້ອງຖືຜົນປະໂຫຍດຂອງຊາດເປັນບັນຫາສູງສຸດ

ການຕ່າງປະເທດປະຊາຊົນຕ້ອງຖືຜົນປະໂຫຍດຂອງຊາດເປັນບັນຫາສູງສຸດ - ảnh 1
ທ່ານ ​ເລ​ຮົ່ງ​ແອ​ງກ່າວຄຳເຫັນທີ່ກອງປະຊຸມ


(vovworld)-  ການ​ເຄື່ອນ​ໄຫວ​ການ​ຕ່າງປະ​ເທດ​ເວົ້າ​ລວມ ​ແລະ ການ​ເຄື່ອນ​ໄຫວ​ການ​ຕ່າງປະ​ເທດ​ປະຊາຊົນ​ເວົ້າ​ສະ​ເພາະ ຍາມ​​ໃດ​ກໍ​ຖື​ຜົນ​ປະ​ໂຫຍ​ດຂອງ​ຊາດ​​ເປັນ​ບັນຫາສູງ​ສຸດ. ນັ້ນ​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ ​ເລ​ຮົ່ງ​ແອ​ງ, ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳ​ຄະນະ​ເລຂາ ທີ່​ກອງ​ປະຊຸມ​ສະຫລຸບ​ວຽກ​ງານ​ການ​ຕ່າງປະ​ເທດ​ປະຊາຊົນ​ປີ 2013 ​ແລະ ຜັນ​ຂະຫຍາຍ​ຫນ້າ​ທີ່​ປີ 2014 ​ໂດຍ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຈັດ​ຕັ້ງ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 15/1 ຢູ່ ຮ່າ​ໂນ້ຍ. ທ່ານ ​ເລ​ຮົ່ງ​ແອ​ງ ​ເນັ້ນ​ຫນັກ​ວ່າ: ປີ 2014 ຄວນ​ສືບ​ຕໍ່​ການ​ປ່ຽນ​ໃຫມ່ ​ແລະ ຍົກ​ສູງ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ການ​ຕ່າງປະ​ເທດ​ປະຊາຊົນ. ຄວນ​ເພີ່ມ​ທະວີ​ການ​ໂຄສະນາ​ເພື່ອ​ໃຫ້​ປະຊາຊົນ​ຫວຽດນາມ ຢູ່​ພາຍ​ໃນ ​ແລະ ອາ​ໄສ​ຢູ່ຕ່າງປະ​ເທດ ຮັບ​ຮູ້​ຢ່າງ​ຖືກຕ້ອງ​ກ່ຽວ​ກັບ​ສະພາບ​ການ​ສາກົນ, ພາຍ​ໃນ​ປະ​ເທດ ​ແລະ ​ແນວທາງ, ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ພັກ ​ແລະ ລັດ​ຫວຽດນາມ,​ປະກອບສ່ວນ​ປັບປຸງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ສັງຄົມ.

 ປີ 2013, ວຽກ​ງານ​ການ​ຕ່າງປະ​ເທດ​ປະຊາຊົນ​ຢູ່​ຂັ້ນ​ສູນ​ກາງ ​ໄດ້​ສົ່ງ​ຄະນະ​ຜູ້​ແທນ 580 ຄະ​ນະ​ໄປ​​ຕ່າງປະ​ເທດ ​ແລະ ຕ້ອນຮັບ​ຄະນະ​ຜູ້​ແທນ​ສາກົນ​ 350 ຄະນະມາ​ ຫວຽດນາມ. ການ​ທູດ​ປະຊາຊົນ​ສືບ​ຕໍ່​ມີ​ບັນດາ​ການ​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ຜົນສຳ​ເລັດ​ການ​ຕ່າງປະ​ເທດ​ເວົ້າ​ລວມຂອງ​ປະ​ເທດ​ຊາດ, ປັບປຸງ, ​ເພີ່ມ​ທະວີ​ຄວາມ​ສາມັກຄີ​ມິດຕະພາບ​, ການ​ຮ່ວມ​ມື​ກັບ​ປະຊາຊົນ​ບັນດາ​ປະ​ເທດບ້ານ​ໃກ້​ເຮືອນ​ຄຽງ.

ຂ່າວ/ບົດ​ອື່ນ