ການ​ຕ່າງ​ປະ​ເທດ​ຢູ່​ທ້ອງ​ຖິ່ນ ປະ​ກອບ​ສ່ວນ​ເຂົ້າ​ໃນ​ຜົນ​ສຳ​ເລັດ​ຂອງການ​ຕ່າງ​ປະ​ເທດ​ລວມ

(VOVWORLD) -ເຖິງວ່າຖືກຜົນກະທົບຫຼາຍຢ່າງຈາກໂລກລະບາດໂຄວິດ - 19 ໃນ 2 ປີຜ່ານມາ ແຕ່ດ້ວຍວິທີການຄົບຊຸດ, ການຮັບມືຢ່າງມີໄຫວພິບ ແລະ ບຸກທະລຸ, ການຕ່າງປະເທດຢູ່ທ້ອງຖິ່ນ ໄດ້ແກ້ໄຂຄວາມຫຍຸ້ງຍາກ, ຜັນຂະຫຍາຍປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ, ບັນລຸໄດ້ໝາກຜົນທີ່ດີພໍສົມຄວນ.



ການ​ຕ່າງ​ປະ​ເທດ​ຢູ່​ທ້ອງ​ຖິ່ນ ປະ​ກອບ​ສ່ວນ​ເຂົ້າ​ໃນ​ຜົນ​ສຳ​ເລັດ​ຂອງການ​ຕ່າງ​ປະ​ເທດ​ລວມ - ảnh 1ທ່ານຮອງລັດຖະມົນຕີ ການຕ່າງປະເທດ ໂຕແອັງຢຸງ (ພາບ: baoquocte.vn)

ເນື່ອງໃນໂອກາດກອງປະຊຸມການພົວພັນຕ່າງປະເທດ ຄັ້ງທີ 20, ເມື່ອແລກປ່ຽນກັບສື່ມວນຊົນກ່ຽວກັບບັນດາຜົນງານທີ່ບັນລຸໄດ້ໃນການຜັນຂະຫຍາຍວຽກງານການຕ່າງປະເທດຢູ່ທ້ອງຖິ່ນ ກໍ່ຄືບັນດາຈຸດໃໝ່ຂອງກອງປະຊຸມຄັ້ງນີ້, ທ່ານຮອງລັດຖະມົນຕີ ການຕ່າງປະເທດ ໂຕແອັງຢຸງ ໃຫ້ຮູ້ວ່າ ກອງປະຊຸມ ການພົວພັນຕ່າງປະເທດ ທົ່ວປະເທດຄັ້ງທີ 19 (ເດືອນສິງຫາ 2018) ມາຮອດປັດຈຸບັນ, ວຽກງານການຕ່າງປະເທດຢູ່ທ້ອງຖິ່ນ ບັນລຸໄດ້ໝາກຜົນສຳຄັນຫຼາຍຢ່າງ, ປະກອບສ່ວນເຂົ້າໃນຜົນສຳເລັດລວມຂອງ ວຽກງານການຕ່າງປະເທດຂອງທົ່ວປະເທດ, ຮັບໃຊ້ຢ່າງແທດຈິງໃຫ້ແກ່ບັນດາເປົ້າໝາຍພັດທະນາເສດຖະກິດ - ສັງຄົມຂອງ ທ້ອງຖິ່ນ.

ເຖິງວ່າຖືກຜົນກະທົບຫຼາຍຢ່າງຈາກໂລກລະບາດໂຄວິດ - 19 ໃນ 2 ປີຜ່ານມາ ແຕ່ດ້ວຍວິທີການຄົບຊຸດ, ການຮັບມືຢ່າງມີໄຫວພິບ ແລະ ບຸກທະລຸ, ການຕ່າງປະເທດຢູ່ທ້ອງຖິ່ນ ໄດ້ແກ້ໄຂຄວາມຫຍຸ້ງຍາກ, ຜັນຂະຫຍາຍປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ, ບັນລຸໄດ້ໝາກຜົນທີ່ດີພໍສົມຄວນ.

ກອງປະຊຸມ ການພົວພັນຕ່າງປະເທດ ປີນີ້ ມີຫົວຂໍ້ວ່າ “ສືບຕໍ່ປ່ຽນແປງໃໝ່ ແລະ ຍົກສູງປະສິດທິຜົນໃນວຽກງານການຕ່າງປະເທດ ແລະ ການເຊື່ອມໂຍງເຂົ້າກັບສາກົນຂອງບັນດາທ້ອງຖິ່ນ”, ໄດ້ໄຂຂຶ້ນໃນວັນທີ 13 ທັນວາ. ເມື່ອເຕື້ອງເຖິງບັນດາຈຸດໃໝ່ຂອງກອງປະຊຸມ ຄັ້ງນີ້, ທ່ານໂຕແອັງຢຸງ ໃຫ້ຮູ້ວ່າ ຍ້ອນຜົນກະທົບຈາກໂລກລະບາດໂຄວິດ - 19, ກອງປະຊຸມຈະໄດ້ຈັດຕັ້ງແບບທາງໄກສົມທົບໂດຍກົງ, ຮັບປະກັນບັນດາຂໍ້ກຳນົດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແຕ່ຍັງນຳມາເຊິ່ງປະສິດທິຜົນສູງທີ່ສຸດໃຫ້ແກ່ເຫດການ.

ຕອບກັບ

ຂ່າວ/ບົດ​ອື່ນ