ການຕ່າວໂຈມຕີຂອງ ຢູແກຼນ ອາດຈະແກ່ຍາວເປັນຫຼາຍເດືອນ

(VOVWORLD) - ກ່າວຄຳເຫັນທີ່ການຖະແຫຼງຂ່າວຫຼັງການພົບປະສຸດຍອດຢູ່ເຂດ 3 ຫຼ່ຽມ Weimar ພ້ອມກັບທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz ແລະ ທ່ານປະທານາທິບໍດີ ໂປໂລຍ Andrzej Duda ຢູ່ປາຣີ

ວັນທີ 12 ມິຖຸນາ, ປະມຸກລັດຂອງ 3 ປະເທດ ຝລັ່ງ, ເຢຍລະມັນ ແລະ ໂປໂລຍ ໄດ້ໂຮມປະຊຸມຂັ້ນສຸດຍອດຢູ່ເຂດ 3 ຫຼ່ຽມ Weimar, ດ້ວຍຖະແຫຼງການເນັ້ນໜັກເຖິງການເພີ່ມທະວີການເຊື່ອມຕໍ່ທິດຕາເວັນອອກ ແລະ ຕາເວັນຕົກຂອງເອີລົບ ເພື່ອສົມທົບກັນຢ່າງແໜ້ນແຟ້ນໃນການສະໜອງອາວຸດ, ລູກປືນກໍ່ຄືການສະໜັບສະໜູນທີ່ສະຫງວນໃຫ້ ຢູແກຼນ.

        ກ່າວຄຳເຫັນທີ່ການຖະແຫຼງຂ່າວຫຼັງການພົບປະສຸດຍອດຢູ່ເຂດ 3 ຫຼ່ຽມ Weimar ພ້ອມກັບທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz ແລະ ທ່ານປະທານາທິບໍດີ ໂປໂລຍ Andrzej Duda ຢູ່ປາຣີ, ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ເນັ້ນໜັກວ່າ ເອີລົບຕ້ອງຮັກສາການສົມທົບກັນຢ່າງແໜ້ນແຟ້ນໃນການໜູນຊ່ວຍຢູແກຼນ. ຝລັ່ງຈະເພີ່ມທະວີການສະໜອງອາວຸດ, ລູກປືນ, ລົດຫຸ້ມເກາະ ກໍ່ຄືການໜູນຊ່ວຍດ້ານພະລາທິການໃຫ້ແກ່ ຢູແກຼນ. ຜູ້ນຳ ຝລັ່ງ ຢັ້ງຢືນຝ່າຍຕາເວັນຕົກຈະເຮັດຈົນສຸດຄວາມສາມາດເພື່ອໃຫ້ລັດເຊຍ ບໍ່ສາມາດຍາດໄດ້ໄຊຊະນະຢູ່ ຢູແກຼນ ແລະ ຖືໄຊຊະນະ ຢູແກຼນ ແມ່ນລູກກະແຈເພື່ອດຳເນີນການເຈລະຈາດ້ວຍທ່າໄດ້ປຽບ. ທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz ກໍ່ຢັ້ງຢືນຈະໜູນຊ່ວຍໃຫ້ແກ່ຢູແກຼນ ຈົນສຸດຄວາມສາມາດ ແລະ ສືບຕໍ່ສົ່ງລົດຖັງ, ທະຫານປືນໃຫຍ່ ແລະ ລະບົບປ້ອງກັນອາກາດໃຫ້ແກ່ ຢູແກຼນ.

ຕອບກັບ

ຂ່າວ/ບົດ​ອື່ນ