ການ​ຖະ​ແຫຼງ​ຂ່າວ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ

(VOVWORLD) - “ບັນດາຄວາມມານະພະຍາຍາມ ແລະ ຜົນງານຂອງ ຫວຽດນາມ ໃນຂົງເຂດຮັບປະກັນສິດທິມະນຸດໃນໄລຍະຜ່ານມາ ໄດ້ຮັບການຮັບຮອງ ແລະ ຕີລາຄາສູງຈາກປະຊາຄົມສາກົນ".
ການ​ຖະ​ແຫຼງ​ຂ່າວ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ - ảnh 1ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: TTXVN)

ໃນການຖະແຫຼງຂ່າວທີ່ຈັດຂຶ້ນໃນຕອນບ່າຍວັນທີ 22 ກັນຍາ ຢູ່ຮ່າໂນ້ຍ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໄດ້ສະແດງທັດສະນະປະຕິເສດຕໍ່ເນື້ອໃນທີ່ບໍ່ມີມູນຄວາມຈິງ, ບໍ່ພາວະວິໄສ ຕິຂອງບາງອົງການຈັດຕັ້ງຕ່າງປະເທດໄດ້ຍົກອອກມາ ກ່ຽວກັບສະພາບການມະນຸດສະທຳຂອງ ຫວຽດນາມ. ທ່ານນາງ ເລທິທູຮັ່ງ ຢັ້ງຢືນວ່າ:

“ບັນດາຄວາມມານະພະຍາຍາມ ແລະ ຜົນງານຂອງ ຫວຽດນາມ ໃນຂົງເຂດຮັບປະກັນສິດທິມະນຸດໃນໄລຍະຜ່ານມາ ໄດ້ຮັບການຮັບຮອງ ແລະ ຕີລາຄາສູງຈາກປະຊາຄົມສາກົນ. ຫຼ້າສຸດ, ປີ 2022, ຫວຽດນາມ ໄດ້ປະກາດບົດລາຍງານກາງສະໄໝກ່ຽວກັບຄວາມສະໝັກໃຈໃນການປະຕິບັດຂໍ້ສະເໜີແນະເຊິ່ງ ຫວຽດນາມ ໄດ້ຍອມຮັບຕາມກົນໄກທົບທວນປະຈຳໄລຍະດ້ານສິດທິມະນຸດ (ເຊິ່ງເອີ້ນຫຍໍ້ວ່າ UPR ສະໄໝທີ 3), ອັນໄດ້ສະແດງໃຫ້ເຫັນຄວາມຮັບຜິດຊອບຂອງປະເທດສະມາຊິກທີ່ມີຄວາມຈະແຈ້ງ ແລະ ຈິງຈັງຂອງ ຫວຽດນາມ ສຳລັບ ກົນໄກ UPR ເວົ້າສະເພາະ ແລະ ການປະຕິບັດຄຳໝັ້ນສັນຍາສາກົນກ່ຽວກັບການຮັບປະກັນສິດທິມະນຸດເວົ້າລວມ. ຫວຽດນາມ ຍາມໃດກໍຕັ້ງໜ້າສະແດງນ້ຳໃຈຮ່ວມມືຕໍ່ລະບຽບການພິເສດຂອງ ສະພາສິດທິມະນຸດ ສປຊ. ພ້ອມທັງກໍຮັກສາບັນດາກົນໄກເຈລະຈາມະນຸດສະທຳສອງຝ່າຍກັບບາງປະເທດເປັນປະຈຳ, ພ້ອມທັງແລກປ່ຽນກ່ຽວກັບບັນຫາເຊິ່ງສອງຝ່າຍຕ່າງກໍມີຄວາມສົນໃຈ ດ້ວຍຈິດໃຈກົງໄກກົງມາ, ເປີດເຜີຍ, ເຄົາລົບເຊິ່ງກັນແລະກັນ”.

ນະທີ່ນີ້, ທ່ານນາງ ເລທິທູຮັ່ງ ກໍໃຫ້ຮູ້ວ່າ ໄລ່ມາຮອດວັນທີ 21 ກັນຍາ ໄດ້ມີພົນລະເມືອງ ຫວຽດນາມ ກວ່າ 1.000 ຄົນ ໄດ້ກູ້ເອົາອອກຈາກຮາກຖານແຫ່ງຕ່າງໆຢູ່ ກຳປູເຈຍ ແລ້ວ ແລະ ມີພົນລະເມືອງນັບພັນຄົນໄດ້ຮັບການຊ່ວຍເຫຼືອກ່ຽວກັບລະບຽບການ.

ແລະກໍ່ໃນການຖະແຫລງຂ່າວ, ທ່ານນາງໂຄສົກກະຊວງການຕ່າງປະເທດ ໄດ້ແຈ້ງໃຫ້ຊາບວ່າ: ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ຈະຕາງຫນ້າໃຫ້ການນຳພັກ, ລັດ ຫວຽດນາມ ເຂົ້າຮ່ວມພິທີງານສົບລະດັບຊາດ ທ່ານອະດີດນາຍົກລັດຖະມົນຕີ Abe Shinzo ຢູ່ ນະຄອນຫລວງ ໂຕກຽວ ປະເທດ ຍີ່ປຸ່ນ ແຕ່ວັນທີ 25 ກັນຍາ ຫາວັນທີ 28 ກັນຍາ ປີ 2022.

ຕອບກັບ

ຂ່າວ/ບົດ​ອື່ນ