ການ​ຖະ​ແຫຼງ​ຂ່າວ​ປຸກ​ລະ​ດົມ​ລາງວັນ​ຖະ​ແຫຼງ​ຂ່າວ​ພົວ​ພັນ​ຕ່າງ​ປະ​ເທດ​ຄັ້ງ​ທີ VII

(VOVWORLD) -ທີ່ພິທີມອບລາງວັນທົ່ວປະເທດກ່ຽວກັບການຖະແຫຼງຂ່າວພົວພັນຕ່າງປະເທດຄັ້ງທີ VII, ຄະນະຈັດຕັ້ງໄດ້ຕ້ອນຮັບ ແລະ ພິຈາລະນາມອບລາງວັນໃຫ້ແກ່ບັນດາບົດນິພັນດ້ວຍພາສາຫວຽດນາມ ແລະ ພາສາຕ່າງປະເທດ. 
ການ​ຖະ​ແຫຼງ​ຂ່າວ​ປຸກ​ລະ​ດົມ​ລາງວັນ​ຖະ​ແຫຼງ​ຂ່າວ​ພົວ​ພັນ​ຕ່າງ​ປະ​ເທດ​ຄັ້ງ​ທີ VII - ảnh 1ທ່ານ ໂງມິງຫ໋ຽນ, ຮອງຜູ້ອຳນວຍການຫໃຫຍ່ VOV ກ່າວຄຳເຫັນທີ່ການຖະແຫຼງຂ່າວ

ຕອນບ່າຍວັນທີ 19 ເມສາ, ຢູ່ສູນກະຈາຍສຽງແຫ່ງຊາດ ເຮືອນເລກທີ 58, ຖະໜົນ ກ໋ວານຊື໊, ຮ່າໂນ້ຍ, ຄະນະໂຄສະນາສຶກສາສູນກາງ, ຄະນະຊີ້ນຳວຽກງານການຖະແຫຼງຂ່າວພົວພັນຕ່າງປະເທດໄດ້ເປັນເຈົ້າການ, ສົມທົບກັບວິທະຍຸກະຈາຍສຽງ ຫວຽດນາມ (VOV) ແລະ ບັນດາອົງການທີ່ກ່ຽວຂ້ອງ, ຈັດການຖະແຫຼງຂ່າວ ກ່ຽວກັບ “ລາງວັນທົ່ວປະເທດກ່ຽວກັບການຖະແຫຼງຂ່າວພົວພັນຕ່າງປະເທດຄັ້ງທີ VII”

ກ່າວຄຳເຫັນນະທີ່ນີ້, ທ່ານບຸນເຈື່ອງຢາງ, ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງ, ຮອງຫົວໜ້າຄະນະປະຈຳຄະນະຊີ້ນຳວຽກງານຖະແຫຼງຂ່າວພົວພັນຕ່າງປະເທດ, ປະທານສະພາລາງວັນ ຢັ້ງຢືນວ່າ:

“ພາຍຫຼັງ ການຈັດຕັ້ງມາເປັນ 6 ຄັ້ງຢ່າງລຽນຕິດ, ລາງວັນທົ່ວປະເທດ ກ່ຽວກັບການຖະແຫຼງຂ່າວພົວພັນຕ່າງປະເທດ ນັບມື້ນັບຢັ້ງຢືນໄດ້ເຄື່ອງໝາຍ ແມ່ນລາງວັນທີ່ມີຄຸນນະພາບ, ອິດທິພົນຊື່ສຽງ, ກາຍເປັນເວທີປາໄສເພື່ອໃຫ້ບັນດານັກຂ່າວຫວຽດນາມ ແລະ ຕ່າງປະເທດ ແລກປ່ຽນ, ສະສົມວິຊາການ, ສ້າງໂອກາດປະດິດຄິດສ້າງໃຫ້ແກ່ຖັນແຖວຜູ້ເຮັດວຽກງານຖະແຫຼງຂ່າວຕ່າງປະເທດ. ພ້ອມທັງ, ລາງວັນກາຍເປັນຊ່ອງທາງໂຄສະນາພາບພົດ, ປະເທດຊາດ, ວັດທະນະທຳ ແລະ ຊາວຫວຽດນາມ ຢ່າງມີປະສິດທິຜົນ.”

ທີ່ພິທີມອບລາງວັນທົ່ວປະເທດກ່ຽວກັບການຖະແຫຼງຂ່າວພົວພັນຕ່າງປະເທດຄັ້ງທີ VII, ຄະນະຈັດຕັ້ງໄດ້ຕ້ອນຮັບ ແລະ ພິຈາລະນາມອບລາງວັນໃຫ້ແກ່ບັນດາບົດນິພັນດ້ວຍພາສາຫວຽດນາມ ແລະ ພາສາຕ່າງປະເທດ. ລາງວັນໄດ້ຮັບການປະກາດ ແລະ ມອບໃນທ້າຍເດືອນ ສິງຫາ 2021. ວິທະຍຸກະຈາຍສຽງ ຫວຽດນາມ ແມ່ນອົງການປະຈຳລາງວັນຄັ້ງທີ VII. ກ່າວຄຳເຫັນທີ່ການຖະແຫຼງຂ່າວ, ທ່ານ ໂງມິງຫ໋ຽນ, ຮອງຜູ້ອຳນວຍການຫໃຫຍ່ VOV, ຮອງປະທານຜູ້ປະຈຳການສະພາລາງວັນ ເນັ້ນໜັກວ່າ:

ນີ້ແມ່ນຄັ້ງທີ 2, ວິທະຍຸກະຈາຍສຽງ ໄດ້ຮັບການເລືອກຕັ້ງເປັນອົງການປະຈຳລາງວັນທົ່ວປະເທດ ກ່ຽວກັບການຖະແຫຼງຂ່າວພົວພັນຕ່າງປະເທດ ຢ່າງສົມກຽດ. ໂດຍແມ່ນອົງການສື່ມວນຊົນໃຫຍ່, ຫຼາຍປະເພດ, ຫຼາຍພື້ນຖານ, ຫຼາຍພາສາ, ວິທະຍຸກະຈາຍສຽງຫວຽດນາມ ມີຄວາມສະດວກຫຼາຍຢ່າງ ໃນການຖ່າຍທອດຂໍ້ມູນກ່ຽວກັບການເສັງ ໄປຍັງປະຊາຊົນພາຍໃນປະເທດ, ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ເພື່ອນມິດສາກົນ. ພວກຂ້າພະເຈົ້າຫວັງວ່າ, ລາງວັນປີນີ້ ຈະເຮັດໃຫ້ປະຊາຄົມສາກົນ ຮູ້ສຶກໄດ້ ປະເທດ ຫວຽດນາມທີ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ, ມີທ່າແຮງເພື່ອພັດທະນາ, ມີພື້ນຖານວັດທະນະທຳ ຫວຽດນາມ ທີ່ເຂັ້ມຄົ້ນໄປດ້ວຍສີສັນ, ບັນດາຊາວຫວຽດນາມ ທີ່ເປັນມິດ, ຂະຫຍັນຂັນເຄື່ອນ, ຮັກແພງແຂກຄົນ, ຮັກສັນຕິພາບ…

ຕອບກັບ

ຂ່າວ/ບົດ​ອື່ນ