ການຖະແຫລງຂ່າວປະຈຳເດືອນຂອງກະຊວງການຕ່າງປະເທດຫວຽດນາມ

(VOVWORLD) - “...ຫວຽດນາມ ຮຽກຮ້ອງບັນດາປະເທດກ່ຽວຂ້ອງ ຄວນມີການກະທຳສອດຄ່ອງກັບບັນດາມະຕິກ່ຽວຂ້ອງຂອງ ສປຊ, ເຄົາລົບກົດໝາຍສາກົນ, ແກ້ໄຂຄວາມບໍ່ລົງລອຍກັນຜ່ານການເຈລະຈາ, ເພື່ອສັນຕິພາບຢ່າງໝັ້ນຄົງຢູ່ ຕາເວັນອອກກາງ ແລະ ໃນໂລກ.”

ວັນທີ 28 ມີນາ, ທີ່ການຖະແຫລງຂ່າວປະຈຳເດືອນຂອງກະຊວງການຕ່າງປະເທດຫວຽດນາມເມື່ອຕອບຄຳຖາມກ່ຽວກັບທັດສະນະຂອງຫວຽດນາມ ຕໍ່ຂ່າວຄາວທີ່ວ່າ ອາເມລິກາ ຕົກລົງຮັບຮອງເຂດພູພຽງ golan ຂຶ້ນກັບ ອິດສະຣາແອນ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ຊີ້ແຈ້ງວ່າ:

ຫວຽດນາມ ແບ່ງປັນຄວາມວິຕົກກັງວົນຢ່າງເລິກເຊິ່ງຂອງປະຊາຄົມສາກົນຕໍ່ຫນ້າການຜັນແປໄລຍະມໍ່ໆມານີ້ທີ່ກ່ຽວຂ້ອງເຖິງສະພາບຕົວຈິງຂອງເຂດພູພຽງ Golan. ຫວຽດນາມ ຮຽກຮ້ອງບັນດາປະເທດກ່ຽວຂ້ອງ ຄວນມີການກະທຳສອດຄ່ອງກັບບັນດາມະຕິກ່ຽວຂ້ອງຂອງ ສປຊ, ເຄົາລົບກົດໝາຍສາກົນ, ແກ້ໄຂຄວາມບໍ່ລົງລອຍກັນຜ່ານການເຈລະຈາ, ເພື່ອສັນຕິພາບຢ່າງໝັ້ນຄົງຢູ່ ຕາເວັນອອກກາງ ແລະ ໃນໂລກ.”

        ເມື່ອຕອບສໍາພາດຕໍ່ນັກຂ່າວກ່ຽວກັບຫຼັກໝັ້ນຂອງຫວຽດນາມ ຕໍ່ແຫຼ່ງຂ່າວທີ່ວ່າ ຫວ່າງແລ້ວນີ້, ຈີນໄດ້ປະກາດຄໍາກ່າວເຕືອນການເດີນທາງທະເລ 5 ຂໍ້ ກ່ຽວກັບເລື່ອງຊ້ອມຮົບຍິງລູກປືນແທ້ຢູ່ເຂດໝູ່ເກາະຮວ່າງຊາຂອງຫວຽດນາມ ໃນວັນທີ 22 – 24 ມີນາ 2019, ພ້ອມທັງປະກາດແຜນການກໍ່່ສ້າງເກາະ 3 ແຫ່ງຄື ຟູ໊ເລິມ, ເກາະເກີຍ ແລະ ເກາະຢຸຍມົ້ງ ຂຶ້ນກັບໝູ່ເກາະຮ່ວາງຊາຂອງຫວຽດນາມ ກາຍເປັນນະຄອນ ແລະ ຖານທີ່ໝັ້ນການບໍລິການພະລາທິການຍຸດທະສາດ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ຢັ້ງຢືນວ່າ: “ຫວຽດນາມມີພະຍານຫຼັກຖານດ້ານນິຕິກໍາ ແລະ ປະຫວັດສາດຢ່າງພຽງພໍ ເພື່ອຢ້ັງຢືນອະທິປະໄຕຂອງຫວຽດນາມ ສໍາລັບໝູ່ເກາະຮວ່າງຊາ ແລະ ເຈື່ອງຊາ ຕາມຂໍ້ກໍານົດຂອງກົດໝາຍສາກົນ. ຫວຽດນາມ ຮຽກຮ້ອງໃຫ້ຝ່າຍຈີນ ຢຸດຕິ ແລະ ບໍ່ດໍາເນີນບັນດາການເຄື່ອນໄຫວທີ່ຄ້າຍຄືກັນຄືນໃໝ່, ເຄົາລົບອະທິປະໄຕຂອງຫວຽດນາມ ສໍາລັບສອງໝູ່ເກາະຮວ່າງຊາ ແລະ ເຈື່ອງຊາ, ເຄົາລົບຄວາມຮັບຮູ້ລວມຂອງການນໍາຂັ້ນສູງສອງປະເທດ ກໍຄື ກົດໝາຍສາກົນ, ບໍ່ມີການກະທໍາກໍ່ຄວາມເຄັ່ງຕຶງ ແລະ ເຮັດໃຫ້ສະພາບການຢູ່ພາກພື້ນສັບສົນຂຶ້ນຕື່ມ. ກະຊວງການຕ່າງປະເທດຫວຽດນາມ ໄດ້ມີການພົບປະ ແລະ ສົ່ງຈົດໝາຍທາງການທູດຄັດຄ້ານບັນດາກະທໍາດັ່ງກ່າວຂອງຈີນ”.

 

 

ຕອບກັບ

ຂ່າວ/ບົດ​ອື່ນ