ການ​ທູດ ຫວຽດນາມ ເສີມ​ຂະ​ຫຍາ​ຍ​ບັນ​ດາ​ກົນ​ໄກ​ຮ່ວມ​ມືຢ່າງ​ມີ​ປະ​ສິດ​ທິ​ຜົນ ແລະ ສະ​ໜັບ​ສະ​ໜູນ​ເຊິ່​ງ​ກັນ ​ແລະ ​ກັນ ຢູ່ ສ​ປ​ຊ ແລະ ບັນ​ດາ​ເວ​ທີ​ປາ​ໄສ​ສາ​ກົນ.

(VOVWORLD) -ທີ່ການພົບປະ, ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ແລະ ທ່ານລັດຖະມົນຕີບັນດາປະເທດ ລ້ວນແຕ່ເນັ້ນໜັກເຖິງການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ ກັບ ຫວຽດນາມ, ຢັ້ງຢືນຄວາມຕັດສິນໃຈເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ ທີ່ສົມກັບການພົວພັນດ້ານການເມືອງ - ການທູດ ອັນດີງາມ
ການ​ທູດ ຫວຽດນາມ ເສີມ​ຂະ​ຫຍາ​ຍ​ບັນ​ດາ​ກົນ​ໄກ​ຮ່ວມ​ມືຢ່າງ​ມີ​ປະ​ສິດ​ທິ​ຜົນ ແລະ ສະ​ໜັບ​ສະ​ໜູນ​ເຊິ່​ງ​ກັນ ​ແລະ ​ກັນ ຢູ່ ສ​ປ​ຊ ແລະ ບັນ​ດາ​ເວ​ທີ​ປາ​ໄສ​ສາ​ກົນ. - ảnh 1ທ່ານ ບຸຍແທັງເຊີນ ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ພົບປະກັບ ທ່ານນາງຮອງລັດຖະມົນຕີ ການຕ່າງປະເທດ ອາເມລິກາ Wendy Sherman (ພາບ: TTXVN)

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດການໄປປະຕິບັດງານຂອງ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 76 ຢູ່ ນິວຢອກ (ປະເທດ ອາເມລິກາ), ວັນທີ 22 ກັນຍາ (ຕາມເວລາ ທ້ອງຖິ່ນ), ທ່ານ ບຸຍແທັງເຊີນ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ພົບປະກັບທ່ານລັດຖະມນຕີການຕ່າງປະເທດ ອາຣັບບິ ຊາອຸດິດ, ລາຊະກຸມມານ Faisal Bin Farhan Al Saud, ທ່ານລັດຖະມົນຕີການຕ່າງປະເທດ ລັດເວຍ Edgars Rinkevics, ທ່ານລັດຖະມົນຕີການຕ່າງປະເທດ ເວເນຊູເອລາ Felix Plasencia, ທ່ານລັດຖະມົນຕີການຕ່າງປະເທດ ນິກາຣາກວາ Denis Ronaldo Moncada Colindres ແລະ ທ່ານນາງຮອງລັດຖະມົນຕີ ການຕ່າງປະເທດ ອາເມລິກາ Wendy Sherman. ທີ່ການພົບປະ, ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ແລະ ທ່ານລັດຖະມົນຕີບັນດາປະເທດ ລ້ວນແຕ່ເນັ້ນໜັກເຖິງການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ ກັບ ຫວຽດນາມ, ຢັ້ງຢືນຄວາມຕັດສິນໃຈເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ ທີ່ສົມກັບການພົວພັນດ້ານການເມືອງ - ການທູດ ອັນດີງາມ, ສືບຕໍ່ເສີມຂະຫຍາຍບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວ ຢ່າງມີປະສິດທິຜົນ, ເພີ່ມທະວີການສົມທົບ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ຢູ່ ສປຊ ແລະ ບັນດາເວທີປາໄສສາກົນສຳຄັນຕ່າງໆ.

ຕອບກັບ

ຂ່າວ/ບົດ​ອື່ນ