ການທູດປະກອບສ່ວນປະຕິບັດໜ້າທີ່ປົກປັກຮັກສາ ປະເທດຊາດຢ່າງມີໄຊ

ການທູດປະກອບສ່ວນປະຕິບັດໜ້າທີ່ປົກປັກຮັກສາ ປະເທດຊາດຢ່າງມີໄຊ - ảnh 1
ການ​ທູດປະກອບສ່ວນປະຕິບັດ​ໜ້າ​ທີ່​ປົກ​ປັກ​ຮັກສາປະ​ເທດ​ຊາດ​ຢ່າງ​ມີ​ໄຊ
(ພາບ: TTXVN)


(vovworld) - ການ​ທູດປະກອບສ່ວນປະຕິບັດ​ໜ້າ​ທີ່​ປົກ​ປັກ​ຮັກສາປະ​ເທດ​ຊາດ​ຢ່າງ​ມີ​ໄຊ, ​ແມ່ນ​ຫົວ​ຂໍ້​ຂອງ​ກອງ​ປະຊຸມ​ຖືກ​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 19/12 ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ການ​ທູດ​ຄັ້ງ​ທີ 28. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ເນັ້ນ​ໜັກ​ວ່າ ​ໃນ​ບັນດາ​ຜົນງານ​ລວມຂອງ​ປະ​ເທດ, ຂະ​​ແໜງ​ການ​ທູດ​ໄດ້​ມີ​ການ​ປະກອບສ່ວນ​ຢ່າງ​​ເໝາະສົມ​ເຂົ້າ​ໃນວຽກ​ງານ​ປົກ​ປັກ​ຮັກສາ​ເອກະລາດ, ອະທິປະ​ໄຕ, ພື້ນ​ແຜນ​ດິນ​ອັນ​ຄົບ​ຖວ້ນ ​ແລະ ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ຊາດ. ບັນດາ​ການ​ປະກອບສ່ວນ​ດັ່ງກ່າວ​ໄດ້​ປະກອບສ່ວນ​ປັບປຸງ​ສະພາບ​ສັນ​ຕິ​ພາບ​ເພື່ອ​ສ້າງສາ​ປະ​ເທດຊາດ, ຍາດ​ແຍ່ງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ, ການສະໜັບສະໜູນ​ຂອງ​ວົງ​ຄະນະ​ຍາດສາກົນ, ຍົກ​ສູງ​ທີ່​ຕັ້ງ​ສາກົນ ​ແລະ ກຳລັງ​ແຮງ​ລວມຂອງ​ປະ​ເທດ​ຊາດ.

        ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ​ໄດ້​​ໄຈ​້​ແຍກ​ບັນດາ​ການ​ຜັນ​ແປ່​ຢ່າງ​ສັບສົນ​ຂອງ​ສະພາບການ​ໂລກ, ພາກ​ພື້ນ ​ແລະ ຮຽກຮ້ອງ​ໃຫ້​ກະຊວງ​ການ​ຕ່າງປະ​ເທດ, ​ໃນ​ນັ້ນ​ ​ບັນດາ​​ເອກ​ອັກຄະ​ລັດຖະທູດ, ຫົວໜ້າ​ອົງການ​ຕາງໜ້າ​ຫວຽດນາມ ປະຈຳ​ຕ່າງປະ​ເທດ ຕ້ອງ​ເປັນ​ເຈົ້າ​ການ ​ແລະ ຜັນ​ຂະຫຍາຍ​ບັນດາ​ທັດສະນະ​ຊີ້​ນຳ​ໃນ​​ເອກະສານ​, ມະຕິ​ສະບັບ​ຕ່າງໆຂອງ​ກອງ​ປະຊຸມ​ໃຫຍ່​ທົ່ວ​ປະ​ເທດ​ຂອງ​ພັກ​ຄັ້ງ​ທີ 11 ຢ່າງ​ຕັ້ງ​ໜ້າ; ພ້ອມ​ທັງ​ນຳ​ໃຊ້​​ຍຸດໂທ​ບາຍ​ໃນ​ສະພາບ​ຕົວ​ຈິງ​ຂອງ​ວຽກ​ງານຢ່າງ​ມີ​ໄຫວ​ພິບ. ທ່ານ​ປະທານ​ປະ​ເທດ ​ໄດ້​ຊີ້​ນຳ​ກະຊວງ​ການ​ຕ່າງປະ​ເທດ​ໃນ​ຂອບ​ເຂດ​ບົດບາດໜ້າ​ທີ່ຂອງ​ຕົນ, ຕ້ອງ​ຍູ້​ແຮງ​ວຽກ​ງານ​ຄົ້ນຄວ້າ, ​ເປັນ​ເສນາ​ທິການ​ຍຸດ​ທະ​ສາດ; ​ເຮັດ​​ໃຫ້ການ​ພົວພັນກັບ​ບັນດາ​ຄູ່​ຮ່ວມມືກ້າວ​ເຂົ້າ​ສູ່​ລວງ​ເລີກ; ປະກອບສ່ວນ​ ຢ່າງ​ມີ​ປະສິດທິ​ຜົນບົນ​ເວທີປາ​ໄສພາກ​ພື້ນ ​ແລະ ສາກົນ​; ປະກອບສ່ວນ​ຢ່າງ​​ແທດຈິງ​ເຂົ້າ​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາປະ​ເທດ​ຊາດ​.

ຂ່າວ/ບົດ​ອື່ນ