ການທູດປະຊາສຳພັນ ແລະ ການຮ່ວມມື ອິນເດຍ - ຫວຽດນາມ

(VOVWORLD) -ນັກຮຽນຮູ້ຫລາຍທ່ານ ໄດ້ຕັ້ງຄຳຖາມຫລາຍຂໍ້ກ່ຽວກັບບົດຮຽນຂອງຫວຽດນາມ ໃນການຕ້ານໂລກລະບາດໂຄວິດ 19 ປະສົບຜົນສຳເລັດ 

ການທູດປະຊາສຳພັນ ແລະ ການຮ່ວມມື ອິນເດຍ - ຫວຽດນາມ - ảnh 1 ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມອອນລາຍ

ພາບ:vietnam+

ວັນທີ 12 ມິຖຸນາ, ສະຖານທູດຫວຽດນາມ  ປະຈຳອິນເດຍ ໄດ້ສົມທົບກັບສູນຄົ້ນຄ້ວາກ່ຽວກັບຫວຽດນາມແລະອົງການຄົ້ນຄ້ວານະໂຍບາຍ ແລະມອບສິດ (SPSE-ອິນເດຍ) ຈັດຕັ້ງກອງປະຊຸມສຳມະນາທາງອອນລາຍ ດ້ວຍຫົວຂໍ້ “ການທູດປະຊາສຳພັນ ແລະການພົວພັນຫວຽດນາມ-ອິນເດຍ”.

ກ່າວຄຳເຫັນນະທີ່ນີ້ ທ່ານ ຟ້າມແຊງເຈົາ ເອກອັກຄະລັດຖະທູດຫວຽດນາມປະຈຳ ອິນເດຍ ໄດ້ເນັ້ນຫນັກວ່າ:ອິນເດຍ ແລະຫວຽດນາມ ມີການພົວພັນມິດຕະພາບທີ່ເປັນມູນເຊື້ອມາແຕ່ດົນນານ,ການເຊື່ອມຕໍ່ດ້ານວັດທະນະທຳ ມາເກືອບ 2000 ປີແລ້ວ ແລະ ໄດ້ຮັບການເພີ່ມພູນຄູນສ້າງຈາກການນຳລຸ້ນຕ່າງໆ ພິເສດ ແມ່ນປະທານໂຮ່ຈີມິນ ແລະທ່ານ ນາຍົກລັດຖະມົນຕີ ອິນເດຍ Jawaharlal Nehru ພ້ອມກັບປະຊາຊົນສອງປະເທດ ແລະ ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ. ພ້ອມກັບການພັດທະນາການພົວພັນດ້ານການເມືອງຢ່າງຕັ້ງຫນ້າ, ການພົວພັນລະຫວ່າງປະຊາຊົນສອງປະເທດກໍ່ໄດ້ຮັບການປັບປຸງ. ການທູດປະຊາຊົນ ແມ່ນຂົວຕໍ່ສຳຄັນເພື່ອເຮັດໃຫ້ສອງປະເທດສະຫນິດຕິດພັນກວ່າ, ປະກອບສ່ວນຊຸກຍູ້ ແລະ ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ, ຄວາມໄວ້ເນື້ອເຊື່ອໃຈໃນສະພາບການຫວຽດນາມ ແລະ ອິນເດຍ ລ້ວນແຕ່ປາດຖະຫນາຢາກເຊື່ອມໂຍງຢ່າງຕັ້ງຫນ້າ, ເລິກເຊິ່ງກວ້າງຂວາງກັບປະຊາຄົມສາກົນ.

ທີ່ກອງປະຊຸມສຳມະນາ, ນັກຮຽນຮູ້ຫລາຍທ່ານ ໄດ້ຕັ້ງຄຳຖາມຫລາຍຂໍ້ກ່ຽວກັບບົດຮຽນຂອງຫວຽດນາມ ໃນການຕ້ານໂລກລະບາດໂຄວິດ 19 ປະສົບຜົນສຳເລັດ ແລະ ສະແດງຄວາມປະທັບໃຈຕໍ່ເລື່ອງຫວຽດນາມ ຄວບຄຸມໂລກລະບາດໄດ້ດີ ແລະບໍ່ມີກໍລະນີໃດຖືກເສຍຊີວິດ.              

ຕອບກັບ

ຂ່າວ/ບົດ​ອື່ນ