ການ​ທົດ​ລອງ​ສັກ​ວັກ​ຊິນ​ COVIVAX ໃນ​ເບື້ອງ​ຕົ້ນ ມີ​ປະ​ສິດ​ທິ​ຜົນ​ຕໍ່​ເຊື້ອ​ໄວ​ຣັດ​ສາຍ​ພັນ​ໃໝ່

(VOVWORLD) -ແລະກໍ່ໃນວັນດຽວກັນ, ຢູ່ກະຊວງສາທາລະນະສຸກຫວຽດນາມ, ກຸ່ມບໍລິສັດ Vingroup ໄດ້ມອບເງິນຈຳນວນ 20 ຕື້ດົ່ງໃຫ້ແກ່ສະຖາບັນ  IVAC ເພື່ອປະຕິບັດການເຄື່ອນໄຫວຄົ້ນຄ້ວາທົດລອງວັກຊິນ COVIVAC.
ການ​ທົດ​ລອງ​ສັກ​ວັກ​ຊິນ​ COVIVAX ໃນ​ເບື້ອງ​ຕົ້ນ ມີ​ປະ​ສິດ​ທິ​ຜົນ​ຕໍ່​ເຊື້ອ​ໄວ​ຣັດ​ສາຍ​ພັນ​ໃໝ່ - ảnh 1ພາບປະກອບ: chinhphu.vn

ພາຍຫຼັງວິທະຍາຄານເສນາຮັກ ປະກາດໝາກຜົນການທົດລອງວັນຊິນ ກັນພະຍາດໂຄວິດ - 19 ໃນເບື້ອງຕົ້ນຂອງ ຫວຽດນາມ ແມ່ນ Nanocovax ມີປະສິດທິຜົນສຳລັບເຊື້ອໄວຣັດສາຍພັນໃໝ່ຂອງອັງກິດ, ໃນວັນທີ 27 ກຸມພາ, ສະຖາບັນວັກຊິນ ແລະ ຢາຊີວະ ( IVAC) ກໍ່ໃຫ້ຮູ້ວ່າ ຜ່ານການທົດລົງວັກຊິນ COVIVAX ໃນເບື້ອງຕົ້ນ ກໍ່ມີປະສິດທິຜົນສຳລັບເຊື້ອໄວຣັດສາຍພັນໃໝ່. ຖ້າຫາກວ່າສຳເລັດ, ວັກຊິນນີ້ ຈະມີລາຄາພຽງແຕ່ 2,5 USD/ໂດສ. ວັກຊິນ COVIVAC ແມ່ນວັນຊິນກັນ ໂຄວິດ - 19 ຊະນິດທີ 2 ຂອງ ຫວຽດນາມ ໄດ້ຮັບການທົດລອງຕໍ່ຄົນໃນເດືອນມີນາຈະມາເຖິງ ແລະ ຄາດວ່າ ຈະສຳເລັດໃນເດືອນຕຸລາ 2021.

ແລະກໍ່ໃນວັນດຽວກັນ, ຢູ່ກະຊວງສາທາລະນະສຸກຫວຽດນາມ, ກຸ່ມບໍລິສັດ Vingroup ໄດ້ມອບເງິນຈຳນວນ 20 ຕື້ດົ່ງໃຫ້ແກ່ສະຖາບັນ  IVAC ເພື່ອປະຕິບັດການເຄື່ອນໄຫວຄົ້ນຄ້ວາທົດລອງວັກຊິນ COVIVAC. ກ່າວຄຳເຫັນຢູ່ທີ່ນີ້, ທ່ານ ຫງວຽນແທັງລອງ ລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ເນັ້ນໜັກວ່າ: ການສະໜັບສະໜູນຂອງກຸ່ມບໍລິສັດ Vingroup ຈະປະກອບສ່ວນຊ່ວຍໃຫ້ຫວຽດນາມ ມີວັກຊິນທີ່ໄດ້ຜະລິດຢູ່ພາຍໃນປະເທດໃນໄວໆນີ້ເພື່ອເປັນເຈົ້າການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19.

ຕອບກັບ

ຂ່າວ/ບົດ​ອື່ນ