ການທູດວິທະຍາສາດ - ປັດໄຈເພື່ອຫັນປ່ຽນທິດເດີນຢູ່ທະເລຕາເວັນອອກ

(VOVWORLD) - ວັນທີ 10 ກັນຍາ, ສູນຕາເວັນອອກຕາເວັນຕົກ (East West Center) ທີ່ມີສຳນັກງານຕັ້ງຢູ່ ວໍຊິງຕັນ, ປະເທດ ອາເມລິກາ ໄດ້ປະກາດວ່າຈະຈັດຕັ້ງກອງປະຊຸມສຳມະນາທາງອອນລາຍ webinar ດ້ວຍຫົວຂໍ້ວ່າ “ການທູດວິທະຍາສາດ: ປັດໄຈເພື່ອຫັນປ່ຽນທິດເດີນຢູ່ທະເລຕາເວັນອອກ”, ຄາດວ່າ ຈະດຳເນີນໃນຕອນເຊົ້າວັນທີ 30 ກັນຍາ 2020 (ຕາມເວລາ ອາເມລິກາ).
ການທູດວິທະຍາສາດ - ປັດໄຈເພື່ອຫັນປ່ຽນທິດເດີນຢູ່ທະເລຕາເວັນອອກ - ảnh 1 (ພາບປະກອບ / CSIS)

        ເຫດການດັ່ງກ່າວ ນອນໃນບັນດາກອງປະຊຸມສຳມະນາທາງອອນລາຍກ່ຽວກັບພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ ເຊິ່ງສູນດັ່ງກ່າວຈັດຕັ້ງ. ກອງປະຊຸມສຳມະນາຈະແບ່ງເປັນ 2 ວາລະປຶກສາຫາລື, ໃນນັ້ນ ວາລະປຶກສາຫາລືທີໜຶ່ງ ຈະພັນລະນາເຖິງບັນດາສິ່ງທ້າທາຍໃນການເດີນເຮືອຢູ່ທະເລຕາເວັນອອກພາຍໃຕ້ມູມມອງທາງດ້ານວິທະຍາສາດ, ວາລະປຶກສາຫາລືທີສອງຈະເຕື້ອງເຖິງບັນດາເຕັກໂນໂລຊີ, ເຄື່ອງມື ແລະ ກາລະໂອກາດການຮ່ວມມືວິທະຍາສາດຢູ່ທະເລຕາເວັນອອກ.

        ກອງປະຊຸມສຳມະນາຈະມີການເຂົ້າຮ່ວມຂອງບັນດານັກຮຽນຮູ້, ນັກຄົ້ນຄວ້າ, ນັກຊ່ຽວຊານທີ່ມີອິດທິພົນຊື່ສຽງ ທີ່ມາຈາກບັນດາສູນຄົ້ນຄວ້າ, ບັນດາມະຫາວິທະຍາໄລຂອງ ອາເມລິກາ, ສິງກະໂປ, ຫວຽດນາມ, ຟີລິບປີນ ແລະ ໄຕ້ຫວັນ (ຈີນ).

ຕອບກັບ

ຂ່າວ/ບົດ​ອື່ນ