ການທູດຫວຽດນາມ ເປັນເຈົ້າການ, ຕັ້ງໜ້າ ເຊື່ອມໂຍງເຂົ້າກັບສາກົນ

ການທູດຫວຽດນາມ ເປັນເຈົ້າການ, ຕັ້ງໜ້າ ເຊື່ອມໂຍງເຂົ້າກັບສາກົນ - ảnh 1
ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເຂົ້າຮ່ວມກອງປະຊຸມ
(ພາບ: Trí Dũng/TTXVN)


(vovworld) – ດ້ວຍ​ຫົວ​ຂໍ້ “ການທູດຫວຽດນາມ​ເປ​ັນ​ເຈົ້າ​ການ,ຕັ້ງໜ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ”, ກອງ​ປະຊຸມ​ການ​ທູດ​ຄັ້ງ​ທີ 28 ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 16/12 ຢູ່ ຮ່າ​ໂນ້ຍ. ກອງ​ປະຊຸມ​​ແນ​ໃສ່​ຕີ​ລາຄາ​ການ​ຜັນ​ຂະຫຍາຍ​ແນວທາງການ​ຕ່າງປະ​ເທດ ​ແລະ ​ແຜນ​ນະ​ໂຍບາຍ​ເຊື່ອມ​ໂຍງ​​ເຂົ້າ​ກັບ​ສາກົນ​ໃນ​ເຄິ່ງອາຍຸ​ການ​ກອງ​ປະຊຸມ​ໃຫຍ່ຄັ້ງ​ທີ 11 ຂອງພັກ, ສືບ​ຕໍ່​ກຳນົດບັນດາ​ມາດ​ຕະການຮອບດ້ານ, ມີປະສິດທິ​ຜົນ​ເພື່ອ​ປະຕິບັດ​ແນ​ງທາງ​ການ​ຕ່າງປະ​ເທດ​ຂອງ​ພັກ​ໃນ​ຊຸມ​ປີ​ຈະ​ມາ​ເຖິງ​ຢ່າງ​ມີ​ໄຊ.

    ກ່າວ​ຄຳ​ເຫັນ​ຊີ້​ນຳ​ຂອງ​ປະຊຸມ, ທ່ານ​ເລຂາທິການ​ໃຫຍ່ຄະນະ​ບໍລິຫານ​ງານ ສູນ​ກາງ​ພັກກອມມູນິດ ຫວຽດນາມ ຫງວຽນ​ຟູ໋ຈ້ອງ ​ໄດ້​ຊີ້​ແຈ້ງວ່າ: ​ແຕ່​ນີ້​ຮອດ​ໝົດ​ອາຍຸ​ການ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ​ແລະ ​ໃນ​ຊຸມ​ປີ​ຕໍ່​ໄປ, ວຽກ​ງານ​ການ​ຕ່າງປະ​ເທດ​ສື​ບຕໍ່​ປະຕິບັດ​ບັນດາ​ໜ້າ​ທີ່​ໃນມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກ​ ນັ້ນແມ່ນ: ປົກປັກຮັກສາ​ສະພາບ​ແວດ​ລ້​ອມສັນຕິພາບ, ສະດວກ​ເພື່ອ​ພັດທະນາ, ປົກ​ປັກ​ຮັກສາ​ເອກະລາດ, ອະ​ທິປະ​ໄຕ, ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ, ປົກ​ປັກ​ຮັກສາ​ລະບອບ​ສັງຄົມ​ນິຍົມ, ຍົກ​ສູງ​ທີ່​ຕັ້ງ​ບົດບາດ​ຂອງ​ປະ​ເທດ​ຊາດ, ປະກອບສ່ວນ​ຢ່າງຕັ້ງໜ້າ​ເຂົ້າ​ໃນ​ການ​ຕໍ່ສູ້​ເພື່ອ​ສັນຕິພາບ, ​ເອກະລາດ​ແຫ່ງ​ຊາດ, ປະ​ຊາ​ທິປະ​ໄຕ ​ແລະ ຄວາມ​ກ້າວໜ້າ​ຂອງສັງຄົມ​​ໃນ​ໂລກ. ທ່ານ​ເລຂາທິການ​ໃຫຍ່​ຊີ້​ແຈ້ງເຖິງ 8 ​ໜ້າ​ທີ່​ຂອງ​ຂະ​ແໜງ​ການ​ທູດ​ຄວນ​ສຸມ​ໃສ່ ​ແລະ ປະຕິບັດ​​ໃນ​ຊຸມ​ປີຜ່ານມາ​ເປັນ​ຢ່າງ​ດີ, ​ໃນ​ນັ້ນ​ມີໜ້າ​ທີ່​ສຳຄັນ​ແມ່ນ​ສວມ​ບົດບາດນຳ​ໜ້າ​ໃນ​ການ​ຮັບ​​ປະກັນ​ສະພາບ​ແວດລ້ອມ​ສັນຕິພາບ​ສະດວກ​ໃຫ້​ພາລະກິດ​ສ້າງສາ ​ແລະ ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ທ່ານ ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ສະເໜີ​ໃຫ້ຄະນະຮັບຜິດຊອບວຽກງານ​ພັກ​ກະຊວງ​ການ​ຕ່າງປະ​ເທດ, ຄະນະ​ພັກ​ທຸກ​ຂັ້ນ​ໃນ​ຂະ​ແໜງ​ຕ້​ອງສຸມ​ໃສ່​ວຽກ​ງານ​ສ້າງສາ​ຖັນ​​ແຖວ​ພະນັກງານ​ການ​ທູດ ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ໜ້າ​ທີ່​ໃນ​ສະພາບ​ການ​ໃໝ່.

    ທີ່​ວາລະ​ໄຂ​ກອງ​ປະຊຸມ, ການ​ນຳ​ກະຊວງ​ຕຳຫຼວດ, ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ, ກະຊວງ​ປອ້ງກັນ​ປະ​ເທດ, ​ກຳມາທິການການ​ຕ່າງປະ​ເທດ​ສະພາ​ແຫ່ງ​ຊາດ​ມີ​ບົດ​ທາ​ບທາມ​ຄວາມ​ເຫັນ, ປະກອບ​ການ​ຕີ​ລາຄາ, ຮັບ​ຮູ້​ສຳຄັນ​ກ່ຽວ​ກັບ​ສະພາບ​ການ​ໂລກ, ພາກ​ພື້ນ. ບັນດາ​ບົດ​ທາ​ບທາມ​ໄດ້​ຊີ້​ອອກ​ຜົນງານ​ເຊິ່ງຂະ​ແໜງ​ການ​ທູດບັນ​ລຸ​ໄດ້​ຈາກ​ກອງ​ປະຊຸມ​ການ​ຕ່າງປະ​ເທດຄັ້ງ​ທີ 27 ມາ​ຮອດ​ປະຈຸ​ບັນ, ຕີ​ລາຄາ​ສູງ​ວຽກ​ງານ​ສົມທົບ​ລະຫວ່າງ​ກະຊວງ​ການ​ຕ່າ​ງປະ​ເທດ ກັບ​ບັນດາ​ຂະ​ແໜງ​ໃນດ້ານ​ພົວພັນ​ການ​ຕ່າງປະ​ເທດ. ບັນດາ​ບົດ​ທາ​ບທາມ​ຄວາມ​ເຫັນ​ກໍ່​ຊີ້​ແຈ້ງ​ແນວທາງ, ມາດ​ຕະການ​ຊຸກຍູ້​ວຽກ​ງານ​ພົວພັນ​ຕ່າງປະ​ເທ​ດ​ໃນ​ທຸກ​ເສົາ​ຄ້ຳ, ກໍ່​ຄື​ເພີ່ມ​ທະວີ​ການ​ສົມທົບ​ຢ່າງ​ແໜ້ນ​ແຟ້ນລະຫວ່າງ​ບັນດາ​ກຳລັງ​ປະຕິບັດ​ວຽກ​ງານ​ພົວພັນ​ຕ່າງປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ.

    ກອງ​ປະຊຸມ​ການທູດ​ຄັ້ງ​ທີ 28 ຈະ​ອັດ​ລົງ​ໃນ​ວັນ​ທີ 20/12.

ຂ່າວ/ບົດ​ອື່ນ