ການທູດຫວຽດນາມ ເປັນເຈົ້າການ, ຕັ້ງໜ້າ ເຊື່ອມໂຍງເຂົ້າກັບສາກົນ

ການທູດຫວຽດນາມ ເປັນເຈົ້າການ, ຕັ້ງໜ້າ ເຊື່ອມໂຍງເຂົ້າກັບສາກົນ - ảnh 1
(ທ່ານ ຟ້າ​ມບິ່ງ​ມິ​ງ, ກຳ​ມະ​ການ​ສູນ​ກາງ​ພັກ, ຮອງ​ນາຍົກລັດຖະມົນຕີ
ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ​ກອງ​ປະຊຸມ)

(vovworld) - ກອງ​ປະຊຸມ​ການ​ທູດ​ຄັ້ງ​ທີ 28 ຖືກ​​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 16/12, ຢູ່​ຮ່າ​ໂນ້ຍ, ດ້ວຍ​ຫົວ​ຂໍ້​ວ່າ ການ​ທູ​ດຫວຽດນາມ ​ເປັນ​ເຈົ້າ​ການ, ຕັ້ງໜ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ. ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟຸຈ້ອງ ​ໄດ້​ເຂົ້າ​ຮ່ວມ ​ແລະ ກ່າວ​ປາ​ໄສ​ທີ່​ກອງ​ປະຊຸມ.

        ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ​ກອງ​ປະຊຸມ, ທ່ານ ຟ້າ​ມບິ່ງ​ມິ​ງ, ກຳ​ມະ​ການ​ສູນ​ກາງ​ພັກ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ​​ເນັ້ນ​ໜັກ​ວ່າ ກອງ​ປະຊຸມ​ການ​ທູດ​ຄັ້ງ​ທີ 28 ມີ​ເນື້ອ​ໃນ​ສຳຄັນ​ພິ​ເສດນັ້ນແມ່ນ​ ສຳ​ຫຼວດ​ກວດກາ, ຕີ​ລາຄາ​ການ​ຜັນ​ຂະຫຍາຍ​ແນວທາງ​ການ​ຕ່າງປະ​ເທດ ​ແລະ ​ແຜນ​ນະ​ໂຍບາຍ​ເຊື່​ອມ​ໂຍງ​ເຂົ້າ​ກັບ​ສາກົນ​ໃນ​ເຄິ່ງ​ອາຍຸ​ການ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ​ຊຸດ​ທີ 11, ສືບ​ຕໍ່​ກຳນົດ​ບັນດາ​ມາດ​ຕະການ​ຢ່າງຮອບດ້ານ, ມີ​ປະສິດທິ​ຜົນ​ເພື່ອ​ປະຕິບັດແນວທາງ​ການ​ຕ່າງ​ປະ​ເທດຂອງ​ພັກ​ໃນ​ຊຸມປີ​ຈະ​ມາ​ເຖິງຢ່າງ​ມີ​ໄຊ.

        “​ໃນ​ສະພາບ​ທີ່​ຍັງ​ມີ​​ເວລາ​ພຽງ 7 ປີ​ເພື່ອ​ປະຕິບັດສຳ​ເລັດ​ການ​ຫັນ​ປະ​ເທດ​ຊາດເປັນ​ອຸດສາຫະກຳ, ທັນ​ສະ​ໄໝ ​ແລະ ອີກ 2 ປີ​ເພື່ອປະຕິບັດ​ສຳ​ເລັດ​ການ​ກໍ່ສ້າງປະຊາ​ຄົມ​ອາ​ຊຽນ​ໃນ​ປີ 2015, ການ​ຕ່າງທູດ​ຕ້ອງ​ລົງເລິກ​ບັນດາ​ຂົງ​ເຂດ​ພົວພັນ​ກັບ​ຄວາມ​ຕ້ອງການ​ພັດທະນາ​ຂອງ​ປະ​ເທດ​ຊາດ, ໜູນ​ຊ່ວຍການ​ປະຕິບັດ​ບັນດາ​ຈຸດໝາຍ​ຂອງຍຸດ​ທະ​ສາດ​ພັດທະນາ​ເສດຖະກິດ​ສັງຄົມ​ຮອດ​ປີ 2020. ພວກ​ເຮົາ​ຄວນ​ສືບ​ຕໍ່​ລົງເລີກ, ຄົ້ນຄວ້າ, ສະ​​ເໜີ​ບັນດາ​ມາດ​ຕະການ​ຍູ້​ແຮງ​ການ​ຜັນ​ຂະຫຍາຍ​ຢ່າງ​ຄົ​ບຊຸດ, ຮອບດ້ານ​​ບັນດາ​ການ​ເຄື່ອນ​ໄຫວ​ພົວພັນຕ່າງປະ​ເທດ​ໃນ​ທຸກ​ຂົງ​ເຂດ​ຄື: ວັດ​ທະນະ​ທຳ, ສື່ສານ - ​ໂຄສະນາ, ວຽກ​ງານ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ, ປົກ​ປ້ອງ​ພົນລະ​ເມືອງ; ​ເພີ່ມ​ທະວີການສົມທົບ​ລະຫວ່າງ​ການ​ຕ່າງປະ​ເທດ - ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ​ຢ່າງ​​ແໜ້ນ​ແຟ້ນ ​ເພື່ອ​ແນ​ໃສ່​ປະຕິບັດ​ຈຸດໝາຍ​ລວມ​ແມ່ນ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ​ຢ່າງ​ມີ​ໄຊ.”


ການທູດຫວຽດນາມ ເປັນເຈົ້າການ, ຕັ້ງໜ້າ ເຊື່ອມໂຍງເຂົ້າກັບສາກົນ - ảnh 2
(ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ກ່າວ​ປາ​ໄສ​ທີ່​ກອງ​ປະຊຸມ)

ຍ້ອງຍໍ​ບັນດາ​ຜົນງານ​ດີ​ເດັ່ນ​ຂອງ​ຂະ​ແໜງ​ການ​ທູດ​ໃນ​ຊຸມ​ປີຜ່ານມາ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ຊີ້​ແຈ້ງວ່າ.

        “ຂະ​ແໜງ​ການ​ທູດ​ຄວນ​ສືບ​ຕໍ່ສວນ​ບົດບາດນຳ​ໜ້າ​ໃນ​ການ​ຮັບປະກັນ​ສະພາບ​ແວດ​ລ້ອມ​ສັນຕິພາບ​ທີ່ສະດວກ​ໃຫ້​ແກ່​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ປະຕິບັດ​ການ​ຫັນປະ​ເທດ​ຊາດ​ເປັນປະ​ເທດ​ອຸດສາຫະກຳ, ທັນ​ສະ​ໄໝ ​ແລະ ບັນດາ​ໜ້າ​ທີ່​ຍຸດ​ທະ​ສາດ​ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ, ສັງຄົມ ​ເພື່ອ​ຮອດ​ປີ 2020 ຫວຽດນາມ ​ຈະກາຍ​ເປັນ​ປະ​ເທດ​ອຸດສາຫະກຳ​ຕາມ​ທິດ​ທັນ​ສະ​ໄໝ​ໂດຍ​ພື້ນຖານ. ​ໃນ​ໄລຍະ​ສົງຄາມ, ນັກຮົບ​ຕ້ອງ​ນຳ​ໜ້າ​ການ​ຕໍ່ສູ້​ປົກ​ປັກ​ຮັກສາ​ປະ​ເທດຊາດ. ​ໃນ​ສະ​ໄໝ​ສັນຕິພາບ, ພະນັກງານ​ການ​ຕ່າງປະ​ເທດ​ຕ້ອງ​ນຳ​ໜ້າ​ໃນ​ການ​ສ້າງສັນ​ຕິ​ພາບ, ປົກ​ປັກ​ຮັກສາ​ປະ​ເທດ​ຊາດ ​ແລະ ດຶງ​ດູດ​ແຫຼ່ງກຳລັງ​ພັດທະນາ​ມາໃຫ້​ແກ່​ປະ​ເທດ​ຊາດ.”

ຂ່າວ/ບົດ​ອື່ນ