ການທ່ອງທ່ຽວທະເລໝູ່ເກາະຫວຽດນາມ ດຶງດູດໃຈແຂກທ່ອງທ່ຽວ ລັດເຊຍ ຢູ່ ງານຕະຫຼາດນັດ MITT – 2019

(VOVWORLD) -“ຈົ່ງມາຢ້ຽມຢາມຫວຽດນາມ - ຍາຈາງ - ແຄ໊ງຮວ່າ ປີ 2019”

        ໃນລະຫວ່າງວັນທີ 12 – 14 ມີນາ, ຫວຽດນາມ ໄດ້ເຂ້ົາຮ່ວມການວາງສະແດງຜະລິດຕະພັນທ່ອງທ່ຽວຢູ່ງານຕະຫຼາດນັດທ່ອງທ່ຽວສາກົນ MITT – 2019 ທີ່ຈັດຂຶ້ນຢູ່ນະຄອນ ມົດສະກູ, ສະຫະພັນລັດເຊຍ, ຮ້ານວາງສະແດງຂອງ ຫວຽດນາມ ໄດ້ດຶງດູດບັນດາວິສາຫະກິດທ່ອງທ່ຽວ, ວົງການສື່ມວນຊົນລັດເຊຍ ແລະ ສາກົນ ມາຊົມເປັນຈໍານວນຫຼວງຫຼາຍ.

ການທ່ອງທ່ຽວທະເລໝູ່ເກາະຫວຽດນາມ ດຶງດູດໃຈແຂກທ່ອງທ່ຽວ ລັດເຊຍ ຢູ່ ງານຕະຫຼາດນັດ MITT – 2019 - ảnh 1ຮ້ານວາງສະແດງຂອງ ຫວຽດນາມ ໄດ້ດຶງດູດບັນດາວິສາຫະກິດທ່ອງທ່ຽວ, ວົງການສື່ມວນຊົນລັດເຊຍ ແລະ ສາກົນ ມາຊົມເປັນຈໍານວນຫຼວງຫຼາຍ (ພາບ: TTXVN)

        ດ້ວຍຈຸດປະສົງນໍາຫົວຂໍ້ຂອງປີທ່ອງທ່ຽວແຫ່ງຊາດ 2019 “ຍາຈາງ - ສີສັນຂອງທະເລ” ມາເຂົ້າໃກ້ກັບບັນດາແຂກທ່ອງທ່ຽວລັດເຊຍ ແລະ ສາກົນ, ກົມໃຫຍ່ທ່ອງທ່ຽວຫວຽດນາມ ພ້ອມກັບບັນດາບໍລິສັດທ່ອງທ່ຽວຫວຽດນາມ ໄດ້ສ້າງບັນດາຈຸດພົ້ນເດັ່ນ ໃຫ້ແກ່ຮ້ານວາງສະແດງຂອງຕົນ ດ້ວຍບັນດາປ້າຍໂຄສະນາຂຽນເປັນພາສາອັງກິດໃນພື້ນສີຟ້າຂອງນໍ້າທະເລຍາຈາງ ວ່າ: “ຈົ່ງມາຢ້ຽມຢາມຫວຽດນາມ - ຍາຈາງ - ແຄ໊ງຮວ່າ ປີ 2019”. ຄາດວ່າ ຈະມີການເຄື່ອນໄຫວວັດທະນະທໍາ, ກິລາ ແລະ ທ່ອງທ່ຽວທີ່ເປັນເອກະລັກສະເພາະຫຼາຍຢ່າງ ພວມລໍຄອຍແຂກທ່ອງທ່ຽວລັດເຊຍ ແລະ ສາກົນ ຢູ່ ແຄ໊ງຮວ່າ ໃນປີ 2019 ຄື ງານມະໂຫລານທ່ອງທ່ຽວທະເລ “Symphony of the Sea 2019”; ສັບປະດາ Festival ທະເລ ຍາຈາງ - ແຄ໊ງຮວ່າ 2019...

        ທ່ານ ດິ່ງງັອກດຶກ, ຫົວໜ້າກົມຕະຫຼາດທ່ອງທ່ຽວ, ກົມໃຫຍ່ທ່ອງທ່ຽວ ຫວຽດນາມ ໃຫ້ຮູ້ວ່າ ໃນປີສະເຫຼີມສະຫຼອງ ການພົວພັນຫວຽດນາມ - ລັດເຊຍ 2019, ນອກຈາກການເຂົ້າຮ່ວມງານວາງສະແດງຄັ້ງນີ້ແລ້ວ, ກົມໃຫຍ່ທ່ອງທ່ຽວຫວຽດນາມ ຍັງມີແຜນຈັດຕັ້ງບັນດາການເຄື່ອນໄຫວອື່ນຢູ່ ລັດເຊຍຕື່ມອີກ, ໃນນັ້ນ ມີລາຍການ Road Show ແນະນໍາກ່ຽວກັບການທ່ອງທ່ຽວຫວຽດນາມ ຢູ່ບັນດານະຄອນໃຫຍ່ຂອງລັດເຊຍ, ຄາດວ່າ ຈະຈັດຂຶ້ນໃນໄຕມາດທີ 3 ຂອງປີ 2019. 

ຕອບກັບ

ຂ່າວ/ບົດ​ອື່ນ