ການທາບທາມຄຳເຫັນ ດ້ານການເມືອງຂັ້ນ ຮອງລັດຖະມົນຕີລະຫວ່າງ ຫວຽດນາມ ແລະ ສະຫະພາບ ເອີຣົບ

ການທາບທາມຄຳເຫັນ ດ້ານການເມືອງຂັ້ນ ຮອງລັດຖະມົນຕີລະຫວ່າງ ຫວຽດນາມ ແລະ ສະຫະພາບ ເອີຣົບ - ảnh 1
​ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ບຸ່ຍ​ແທງ​ເຊີນ ​ແລະ
ທ່ານ​ຜູ້ອຳນວຍການ EEAS David O’Sullivan
(ພາບ: vietnamplus.vn)


(vovworld) - ​ຕາມ​ສັນຍາ​ລະ​ຫວ່າງ ຫວຽດນາມ ​ແລະ ສະຫະພາບ ​ເອີຣົບ, ວັນ​ທີ 25/3, ຢູ່ ຮ່າ​ໂນ້ຍ, ​ໄດ້​ດຳ​ເນີນ​ການທາ​ບທາມ​ຄຳ​ເຫັນ​ດ້ານ​ການ​ເມືອງ​ຂັ້ນຮອງ​ລັດຖະມົນຕີຄັ້ງທີ 3 ລະຫວ່າງ​ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ບຸ່ຍ​ແທງ​ເຊີນ ​ແລະ ທ່ານ​ຜູ້ອຳນວຍການການ​ບໍລິຫານອົງການ​ພົວພັນ​ຕ່າງປະ​ເທດ ເອີຣົບ(EEAS) David O’Sullivan. ສອງ​ຝ່າຍ​ແລກປ່ຽນກ່ຽວກັບ​ບັນດາ​ມາດ​ຕະການ​ເພີ່​ມທະວີ​ການ​ຮ່ວມ​ມື​ສອງ​ຝ່າຍ​ໃນ​ຂົງ​ເຂດ​ຕ່າງໆຄື: ການ​ເມືອງ - ການ​ທູດ, ຍຸດຕິ​ທຳ, ປ້ອງ​ກັນຊາ​ດ - ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ກະສິກຳ....​ແລກປ່ຽນທັດສະນະ​ກ່ຽວກັບ​ບາງ​ບັນຫາ​ທີ່​ທັງພາກພື້ນ ​ແລະ ສາກົນ​ຕ່າງ​ມີ​ຄວາມ​ສົນ​ໃຈ​ຄື: ການ​ຮ່ວມ​ມື ອາຊຽນ - EU, ການ​ຮ່ວມ​ມື ຫວຽດນາມ - EU ​ໃນ​ຂອບ​ເຂດ ASEM, ການ​ຮ່ວມ​ມື​​ໃນ​ອະ​ນຸ​ພາກພື້ນ​ແມ່ນ້ຳຂອງ, ບັນຫາ​ທະ​ເລຕາ​ເວັນ​ອອກ, ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ…..ສອງ​ຝ່າຍ​ເຫັນ​ດີ​ນຳ​ກັນ​ຄວນ​ສືບ​ຕໍ່​ເພີ່ມ​ທະວີ​ການແລກປ່ຽນຄະນະ​ຜູ້​ແທນທຸກຂັ້ນ, ພິ​ເສດ​ແມ່ນ​ຄະນະ​ຜູ້​ແທນຂັ້ນສູງ; ​ເພີ່ມ​ທະວີ​ການທາ​ບທາມ​ຄຳ​ເຫັນ, ສົມທົບກັນ​ດ້ານຫຼັກໝັ້ນ​ໃນ​ໄລຍະ​ຈະ​ມາ​ເຖີງ; ຢືນຢັນ​ຄວາມ​ຕັດສິນ​ໃຈ​ດ້ານ​ການ​ເມືອງ​ກ່ຽວກັບ​ການ​ສຳ​ເລດການ​ເຈລະຈາ​ສັນຍາ​ເສລີ ​ການ​ຄ້າ ຫວຽດນາມ ​ແລະ ສະຫະພາບ ​ເອີຣົບ(EVFTA) ກ່ອນທີ່​ດຳ​ເນີນກອງ​ປະຊຸມ​ຂັ້ນສູງ ASEM ຄັ້ງທີ 10 ຢູ່ ມີ​ລານ(ອີ​ຕາ​ລີ) ​ເຊີ່ງ​ຄາດ​ວ່າ​ຈະ​ຈັດຕັ້ງ​ໃນ​ເດືອນ 10/2014 ​ແລະ ຈະ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ຮັບປະກັນ​ຜົນສຳ​ເລັດ​ຂອງກອງ​ປະຊຸມ​ຂັ້ນສູງ ASEM ຄັ້ງທີ 10. ທ່ານຮອງ​ລັດຖະມົນຕີ ບຸ່ຍ​ແທງ​ເຊີນ ສະ​ເໜີ​ EU ຍູ້​ໄວ​ການ​ຮັບຮອງ​ເອົາ​ເພື່ອ​ໃຫ້​ສັນຍາ​ແມ່​ຄູ່​ຮ່ວມ​ມື ​ແລະ ການ​ຮ່ວມ​ມື​ຮອບດ້ານ(PCA) ລະຫວ່າງ​ ຫວຽດນາມ ​ແລະ EU ມີຜົນ​ສັກສິດ​ໂດຍ​​ໄວ; ຮັບ​ຮູ້​ຂໍ້​ກຳນົດກົດ​ລະບຽບ​ເສດຖະກິດ​ຕະຫຼາດ​ໃຫ້​ ຫວຽດນາມ ກ່ອນ​ທີ່​ຈະ​ສຳ​ເລັດ​ການ​ເຈລະຈາ EVFTA…. ທ່ານຮອງ​ລັດຖະມົນຕີຢືນຢັນ​ວ່າ​ໃນ​ຖານະ​ເປັນ​ຜູ້​ປະສານ​ງານການ​ພົວພັນ ອາຊຽນ - EU, ຫວຽດນາມ ຈະ​ມານະ​ພະຍາຍາມ​ຍູ້​ແຮງ​ການ​ພົວພັນ​ຮ່ວມ​ມື ອາຊຽນ - EU ພັດທະນາ​ຢ່າງຮອບດ້ານ.

ຂ່າວ/ບົດ​ອື່ນ