ການນໍາ Kim Jong-un ສະແດງທັດສະນະກ່ຽວກັບການຍິງລູກສອນໄຟຂອງ ສປປ.ເກົາຫຼີ

(VOVWORLD) - ໃນຖະແຫຼງການສະບັບໜຶ່ງທີ່ໄດ້ຍົກອອກມາໃນຕອນເຊົ້າວັນທີ 07 ສິງຫາ, ການນໍາ ສປປ.ເກົາຫຼີ Kim Jong-un ໃຫ້ຮູ້ວ່່າ ການຍິງລູກສອນໄຟຍຸດທະວິທີທີ່ປະກອບເຕັກໂນໂລຢີພາທາງ ແມ່ນສານກ່າວເຕືອນສໍາລັບການຊ້ອມຮົບຮ່ວມ ໂດຍ ອາເມລິກາ ແລະ ສ.ເກົາຫຼີ ຈັດຕັ້ງ.
ການນໍາ Kim Jong-un ສະແດງທັດສະນະກ່ຽວກັບການຍິງລູກສອນໄຟຂອງ ສປປ.ເກົາຫຼີ - ảnh 1ການນໍາ Kim Jong-un ກວດກາການຍິງລູກສອນໄຟ (Yonhap/TTXVN)

        ຕາມສໍານັກຂ່າວສານສູນກາງຂອງ ສປປ.ເກົາຫຼີ KCNA ແລ້ວ, ການນໍາ Kim Jong-un ໃຫ້ຮູ້ວ່າ ການກະທໍາການທະຫານຫຼ້າສຸດຂອງ ພຽງຢາງ ແມ່ນ “ເຫດການເພື່ອແນໃສ່ສົ່ງຄໍາກ່າວເຕືອນທີ່ມີນໍ້າໜັກຢ່າງພຽງພໍ ຕໍ່ການຊ້ອມຮົບຮ່ວມ ເຊິ່ງ ອາເມລິກາ ແລະ ສ.ເກົາຫຼີ ພວມດໍາເນີນ”. ສໍານັກຂ່າວສານ KCNA ໃຫ້ຮູ້ຕື່ມອີກວ່າ “ລູກສອນໄຟຍຸດທະວິທີທີ່ປະກອບເຕັກໂນໂລຢີພາທາງລຸ້ນໃໝ່” ທີ່ໄດ້ຍິງໄປຈາກທາງພາກຕາເວັນຕົກຂອງ ສປປ.ເກົາຫຼີ ແລະ ຍິງຖືກເກາະທີ່ເປົ້າໝາຍຢູ່ເຂດທະເລທາງພາກຕາເວັນອອກຂອງປະເທດນີ້. ສໍານັກຂ່າວສານ KCNA ຢັ້ງຢືນວ່າ ເຫດຍິງລູກສອນໄຟຄັ້ງນີ້ ເປັນການພິສູດຢ່າງຈະແຈ້ງກ່ຽວກັບຄວາມໄວ້ວາງໃຈ, ຮັບປະກັນ ແລະ ຄວາມສາມາດນໍາອາວຸດປະເພດດັ່ງກ່າວເຂົ້າໃຊ້ງານ.


ຕອບກັບ

ຂ່າວ/ບົດ​ອື່ນ