ການນໍາ ຕວກກີ, ລັດເຊຍ ໂອ້ລົມສົນທະນາທາງໂທລະສັບກ່ຽວກັບສະພາບການຢູ່ ຊີຣີ

(VOVWORLD) -ວັນທີ 9 ພະຈິກ, ທ່ານປະທານາທິບໍດີ ຕວກກີ Recep Tayyip Erdogan  ໄດ້ມີການໂອ້ລົມສົນທະນາທາງໂທລະສັບກັບຄູ່ຕໍາແໜ່ງລັດເຊຍ Vladimir Putin.
ການນໍາ ຕວກກີ, ລັດເຊຍ ໂອ້ລົມສົນທະນາທາງໂທລະສັບກ່ຽວກັບສະພາບການຢູ່ ຊີຣີ - ảnh 1ທ່ານປະທານາທິບໍດີ ຕວກກີ Recep Tayyip Erdogan  ແລະຄູ່ຕໍາແໜ່ງລັດເຊຍ Vladimir Putin (ພາບປະກອບ: TTXVN) 

ຫ້ອງວ່າການປະທານາທິບໍດີ ຕວກກີ ໃຫ້ຮູ້ວ່າ, ວັນທີ 9 ພະຈິກ, ທ່ານປະທານາທິບໍດີ ຕວກກີ Recep Tayyip Erdogan  ໄດ້ມີການໂອ້ລົມສົນທະນາທາງໂທລະສັບກັບຄູ່ຕໍາແໜ່ງລັດເຊຍ Vladimir Putin ເພື່ອປຶກສາຫາລືກ່ຽວກັບສະພາບການຢູ່ ຊີຣີ ແລະ ການພົວພັນສອງຝ່າຍ.

        ໃນການໂອ້ລົມສົນທະນາ, ການນໍາສອງທ່ານໄດ້ຢັ້ງຢືນຄືນໃໝ່ ປະຕິບັດຄໍາໝັ້ນສັນຍາທີ່ລະບຸໃນຂໍ້ຕົກລົງ Sochi ເຊິ່ງສອງຝ່າຍບັນລຸໄດ້ໃນວັນທີ 22 ຕຸລາ ກ່ຽວກັບການຖອນບັນດາກໍາລັງຊາວ Kurd ອອກຈາກເຂດທາງພາກເໜືອ ຊີຣີ ເຊິ່ງມີຊາຍແດນຕິດກັບ ຕວກກີ. ນອກນັ້ນ, ສອງຝ່າຍກໍໄດ້ປຶກສາຫາລືກ່ຽວກັບບັນດາຂັ້ນຕອນຕໍ່ໄປ ເພື່ອແນໃສ່່ຊຸກຍູ້ການພົວພັນລະຫວ່າງສອງຝ່າຍ ແລະ ເພີ່ມວົງເງິນການຄ້າສອງປະເທດຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ