ການນໍາ ສປປ.ເກົາຫຼີ ກັບເມືອ ພຽງຢາງ ພາຍຫຼັງສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງສໍາເລັດຜົນ

(VOVWORLD) - ການຢ້ຽມຢາມຫວຽດນາມຄັ້ງນີ້ ໄດ້ສ້າງຂີດໝາຍສໍາຄັນ ເມື່ອທ່ານເປັນການນໍາ ສປປ.ເກົາຫຼີ ຜູ້ທໍາອິດ ທີ່ໄປຢ້ຽມຢາມຫວຽດນາມ ໃນຮອບເວລາ 61 ປີ ຜ່ານມາ, ນັບແຕ່ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງ ທ່ານ Kim Il Sung ໃນປີ 1958.

ວັນທີ 5 ມີນາ, ສໍານັກຂ່າວສານ KCNA ຂອງ ສປປ.ເກົາຫຼີ ໃຫ້ຮູ້ວ່າ ການນໍາ Kim Jong –un ໄດ້ມາຮອດສະຖານີລົດໄຟ ພຽງຢາງ ໃນເວລາ 3 ໂມງ 00 ນາທີ ຕາມເວລາທ້ອງຖິ່ນ ຂອງວັນດຽວກັນ ພາຍຫຼັງສິ້ນສຸດການຢ້ຽມຢາມສັນຖະວະໄມຕີຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ຄັ້ງທີ 2 ຢ່າງສໍາເລັດຜົນ.

ການນໍາ ສປປ.ເກົາຫຼີ ກັບເມືອ ພຽງຢາງ ພາຍຫຼັງສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງສໍາເລັດຜົນ - ảnh 1 ການນໍາ Kim Jong –un ໄດ້ມາຮອດສະຖານີລົດເມ ພຽງຢາງ (ພາບ: Yonhap)

        ການຢ້ຽມຢາມຫວຽດນາມຄັ້ງນີ້ ໄດ້ສ້າງຂີດໝາຍສໍາຄັນ ເມື່ອທ່ານເປັນການນໍາ ສປປ.ເກົາຫຼີ ຜູ້ທໍາອິດ ທີ່ໄປຢ້ຽມຢາມຫວຽດນາມ ໃນຮອບເວລາ 61 ປີ ຜ່ານມາ, ນັບແຕ່ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງ ທ່ານ Kim Il Sung ໃນປີ 1958.

        ເຖິງວ່າບໍ່ບັນລຸໄດ້ຖະແຫຼງການຮ່ວມກໍຕາມ, ແຕ່ກອງປະຊຸມສຸດຍອດ ອາເມລິກາ - ສປປ.ເກົາຫຼີ ຄັ້ງທີ 2 ໄດ້ສິ້ນສຸດລົງ ດ້ວຍເລື່ອງການນໍາ ສປປ.ເກົາຫຼີ Kim Jong –un ຍົກອອກຂໍ້ສະເໜີແນະກ່ຽວກັບເລື່ອງຢຸດຕິບັນດາການທົດລອງນິວເຄຼຍ ແລະ ລູກສອນໄຟໄລຍະໄກ ໂດຍບໍ່ມີກໍານົດເວລາ ແລະ ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ຄໍາໝັ້ນສັນຍາ ຈະບໍ່ຈັດວາງມາດຕະການລົງໂທດເພີ່ມເຕີມສໍາລັບ ສປປ.ເກົາຫຼີ. ນີ້ໄດ້ຮັບຖືວ່າ ແມ່ນໝາກຜົນຕັ້ງໜ້າຂອງກອງປະຊຸມ.

ຕອບກັບ

ຂ່າວ/ບົດ​ອື່ນ