ການນໍາ ສປປ.ເກົາຫຼີ ຢ້ຽມຢາມ ຈີນ

(VOVWORLD) -ທ່ານ Kim Jong-un   ພວມມີການຢ້ຽມຢາມ ຈີນ ແຕ່ວັນທີ 07 – 10 ມັງກອນ
ການນໍາ ສປປ.ເກົາຫຼີ ຢ້ຽມຢາມ ຈີນ - ảnh 1ທ່ານ Kim Jong-un  ປະທານພັກແຮງງານ ສປປ.ເກົາຫຼີ ພວມມີການຢ້ຽມຢາມ ຈີນ (ພາບ: Yonhap)

ວັນທີ 8 ມັງກອນ, ສໍານັກຂ່າວສານຊີນຮວາ ໄດ້ໃຫ້ຂ່າວວ່າ ທ່ານ Kim Jong-un  ປະທານພັກແຮງງານ ສປປ.ເກົາຫຼີ ພວມມີການຢ້ຽມຢາມ ຈີນ ຕາມຄໍາເຊີນຂອງທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈີ້ນຜິງ ໃນລະຫວ່າງວັນທີ 7 – 10 ມັງກອນ. ສໍານັກຂ່າວ ສານສູນກາງ ສປປ.ເກົາຫຼີ (KCNA) ກໍໄດ້ລົງຂ່າວເປັນທາງການວ່າ ທ່ານ Kim Jong-un   ພວມມີການຢ້ຽມຢາມ ຈີນ ແຕ່ວັນທີ 07 – 10 ມັງກອນ ເຊັ່ນດຽວກັນ.

        ກ່ອນໜ້ານັ້ນ, ວັນທີ 07 ມັງກອນ, ສື່ມວນຊົນ ສ.ເກົາຫຼີ ໄດ້ໃຫ້ຂ່າວວ່າ ການນໍາ ສປປ.ເກົາຫຼີີ ພວມເດີນທາງໄປຢ້ຽມຢາມ ຈີນ ເພື່ອດໍາເນີນການພົບປະສຸດຍອດຄັ້ງທີ 4 ກັບທ່ານປະທານປະເທດ ຈີນ ສີຈີ້ນຜິງ.

ຕອບກັບ

ຂ່າວ/ບົດ​ອື່ນ