ການນໍາ ສປປ.ເກົາຫຼີ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ແລະ ເຕັມໄປດ້ວຍໄມຕີຈິດມິດຕະພາບ ຢູ່ ລັດເຊຍ

(VOVWORLD) -ວັນທີ 25 ເມສາ, ສໍານັກຂ່າວສານ KCNA ຂອງ ສປປ.ເກົາຫຼີ ໄດ້ໃຫ້ຂ່າວວ່າ ການນໍາ ສປປ.ເກົາຫຼີ Kim Jong-un ໄປຢ້ຽມຢາມ ລັດເຊຍ ພ້ອມທັງ ໃຫ້ຮູ້ວ່າ ທ່ານໄດ້ມີການພົບປະ “ຢ່າງອົບອຸ່ນ ແລະ ເຕັມໄປດ້ວຍໄມຕີຈິດມິດຕະພາບ” ຢູ່ ລັດເຊຍ.
ການນໍາ ສປປ.ເກົາຫຼີ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ແລະ ເຕັມໄປດ້ວຍໄມຕີຈິດມິດຕະພາບ ຢູ່ ລັດເຊຍ - ảnh 1ການນໍາ ສປປ.ເກົາຫຼີ Kim Jong-un   ສືບຕໍ່ເດີນທາງໄປຍັງແຂວງ Vladivostok(ພາບ: YONHAP/TTXVN)

ເມື່ອລົງຮູບການນໍາ ສປປ.ເກົາຫຼີ ຢຸດພັກຜ່ອນຢູ່ສະຖານີລົດໄຟ ຢູ່ຊາຍແດນ Khasan ຂຶ້ນກັບ ເຂດ Primorye ຂອງ ລັດເຊຍ ແລະ ຖືກເຊີນຮັບປະທານ ເຂົ້າຈີ່ດໍາຈໍ້າກັບເກື່ອ ຕາມຮີດຄອງປະເພນີຂອງ ລັດເຊຍ, ສໍານັກຂ່າວສານ KCNA ໃຫ້ຮູ້ວ່າ ທ່ານ Kim Jong-un ໄດ້ຮັບການຕ້ອນຮັບຈາກທ່ານ Alexander Kozlov ລັດຖະມົນຕີກະຊວງພັດທະນາເຂດຕາເວັນອອກໄກ ພ້ອມກັບເຈົ້າໜ້າທີ່ຂັ້ນສູງລັດ ແລະ ເຂດພາກຂອງລັດເຊຍ ແລະ ໂອ້ລົມສົນທະນາຢ່າງສະໜິດສະໜົມ ກັບເຂົາເຈົ້າ. ຕາມ KCNA ແລ້ວ, ການຕ້ອນຮັບຢ່າງອົບອຸ່ນທີ່ສະຫງວນໃຫ້ແກ່ການນໍາ ສປປ.ເກົາຫຼີ ໄດ້ສະແດງໃຫ້ເຫັນວ່າ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ມີຄວາມເອົາໃຈໃສ່ເປັນພິເສດເຖິງການຢ້ຽມຢາມ ຂອງທ່ານ Kim Jong-un.


ຕອບກັບ

ຂ່າວ/ບົດ​ອື່ນ