ການນໍານະຄອນ ໂຮ່ຈີມິນ ຕ້ອນຮັບຮອງນາຍົກລົດຖະມົນຕີ ກຳປູເຈຍ Sar Kheng

(VOVWORLD) -ນະຄອນໂຮ່ຈີມິນ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນ ກັບບັນດາທ້ອງຖິ່ນຂອງກຳປູເຈຍ

ຕອນຄ່ຳວັນທີ 9 ມັງກອນ, ທ່ານ ຫງວຽນແທ່ງຟອງ ປະທານຄະນະກຳມະການປະຊາຊົນ ນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບທ່ານ Sar Kheng ຮອງນາຍົກລັດຖະມົນຕີ ແຫ່ງລາຊະອານາຈັກ ກຳປູເຈຍ ທີ່ເດີນທາງມາເຂົ້າຮ່ວມກອງປະຊຸມ ການຮ່ວມມື ແລະ ພັດທະນາ ບັນດາແຂວງຊາຍແດນ ຫວຽດນາມ - ກຳປູເຈຍ ຄັ້ງທີ 10, ທີ່ຈັດຂຶ້ນຢູ່ນະຄອນໂຮ່ຈີມິນ.

ການນໍານະຄອນ ໂຮ່ຈີມິນ ຕ້ອນຮັບຮອງນາຍົກລົດຖະມົນຕີ ກຳປູເຈຍ Sar Kheng  - ảnh 1ທ່ານ ຫງວຽນແທ່ງຟອງ ປະທານຄະນະກຳມະການປະຊາຊົນ ນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບທ່ານ Sar Kheng ຮອງນາຍົກລັດຖະມົນຕີ ແຫ່ງລາຊະອານາຈັກ ກຳປູເຈຍ (ພາບ:TTXVN)

ທ່ານ ຫງວຽນແທ່ງຟອງ ໃຫ້ຮູ້ວ່າ: ນະຄອນໂຮ່ຈີມິນ ປາຖະໜາວ່າໃນໄລຍະທີ່ຈະມາເຖິງຈະສືບຕໍ່ຮັກສາໝາກຜົນການເຄື່ອນໄຫວແລກປ່ຽນຄະນະຜູ້ແທນ ລະຫວ່າງບັນດາອົງການ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງປະຊາຊົນສອງຝ່າຍ, ຍູ້ແຮງບັນດາໂຄງການຮ່ວມມືຢ່າງລະອຽດໃນຂົງເຂດກະສິກຳ, ຄົມມະນາຄົມຂົນສົ່ງ, ຈໍາກັດສິ່ງເສດເຫຼືອ. ນະຄອນໂຮ່ຈີມິນ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນ ກັບບັນດາທ້ອງຖິ່ນຂອງກຳປູເຈຍ, ເພື່ອກໍ່ສ້າງ ແລະ ພັດທະນາຕົວເມືອງແບບຍືນຍົງ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາສາຍພົວພັນ “ບ້ານໃກ້ເຮືອນຄຽງທີ່ດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ໝັ້ນຄົງຍາວນານ” ລະຫວ່າງ ຫວຽດນາມ ແລະ ກຳປູເຈຍ ໃຫ້ນັບມື້ນັບພັດທະນາຈົບງາມ.

ສ່ວນທ່ານຮອງນາຍົກລັດຖະມົນຕີ Sar Kheng ກໍ່ສະແດງຄວາມປາຖະໜາວ່າໃນໄລຍະທີ່ຈະມາເຖິງຈະສືບຕໍ່ໄດ້ຮັບການໜູນຊ່ວຍຈາກນະຄອນ ໂຮ່ຈີມິນ ໃນຂົງເຂດຕ່າງໆ, ປະກອບສ່ວນເພີ່ມພູນຄູນສ້າງ, ພັດທະນາສາຍພົວພັນ “ບ້ານໃກ້ເຮືອນຄຽງທີ່ດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ໝັ້ນຄົງຍາວນານ” ລະຫວ່າງສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ