ການນໍາບັນດາພັກ ແລະ ເພື່ອນມິດສາກົນ ສົ່ງສານອວຍພອນທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ

(VOVWORLD) -ການນໍາບັນດາພັກ ແລະ ເພື່ອນມິດສາກົນ ສືບຕໍ່ສົ່ງຈົດໝາຍ, ສານອວຍພອນມາຍັງທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ເນື່ອງໃນໂອກາດທ່ານໄດ້ຮັບດໍາລົງຕໍາແໜ່ງເປັນເລຂາທິການໃຫຍ່, ຄະນະບໍລິຫານງານສູນກາງພັກ ຊຸດທີ XIII.
ການນໍາບັນດາພັກ ແລະ ເພື່ອນມິດສາກົນ ສົ່ງສານອວຍພອນທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ (ພາບ: vov.vn)

ໃນຊຸມວັນຜ່ານມາ, ການນໍາບັນດາພັກ ແລະ ເພື່ອນມິດສາກົນ ສືບຕໍ່ສົ່ງຈົດໝາຍ, ສານອວຍພອນມາຍັງທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ເນື່ອງໃນໂອກາດທ່ານໄດ້ຮັບດໍາລົງຕໍາແໜ່ງເປັນເລຂາທິການໃຫຍ່, ຄະນະບໍລິຫານງານສູນກາງພັກ ຊຸດທີ XIII. ໃນນັ້ນ, ມີຈົດໝາຍອວຍພອນຈາກ ທ່ານ G.Zyuganov ປະທານຄະນະບໍລິຫານງານສູນກາງພັກ ສະຫະພັນ ລັດເຊຍ ; ການນໍາພັກຕ່າງໆຂອງ ອາກຊັງຕິນ; ທ່ານເລຂາທິການໃຫຍ່ພັກກອມມູນິດ ເອຢິບ Salah Adly; ເລຂາທີໜຶ່ງ ຄະນະບໍລິຫານງານສູນກາງພັກ ກອມມູນິດ   Bolivia Ignacio Mendoza…

ໃນຊ່ວງເວລານີ້, ການນໍາພັກການເມືອງ, ອະດີດເອກອັກຄະລັດຖະທູດ ບັນດາປະເທດ ປະຈໍາ ຫວຽດນາມ, ສະມາຄົມມິດຕະພາບ ແລະ ບັນດາອົງການຈັດຕັ້ງສາກົນ ກໍ່ໄດ້ສົ່ງຈົດໝາຍ, ສານອວຍພອນທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ເຊັ່ນດຽວກັນ. 

ຕອບກັບ

ຂ່າວ/ບົດ​ອື່ນ