ການ​ນໍາ​ພັກ, ລັດ ຢ້ຽມຢາມ ​ແລະ ມອບ​ຂອງ​ຂວັນ​ບຸນ​ເຕັດ​ຢູ່ທ້ອງ​ຖິ່ນ​ຕ່າງໆ

(VOVWORLD) - ວັນທີ 20 ມັງກອນ, ທ່ານ ຫວໍວັນເຖືອງ ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ໄດ້ໄປຢ້ຽມຢາມ ແລະ ອວຍພອນປີໃໝ່ຢູ່ປ້ອມທະຫານປ້ອງກັນຊາຍແດນ ດຶກມິງ ຢູ່ເມືອງ ໂມະດຶກ, ແຂວງກວ໋າງງາຍ.
ການ​ນໍາ​ພັກ, ລັດ ຢ້ຽມຢາມ ​ແລະ ມອບ​ຂອງ​ຂວັນ​ບຸນ​ເຕັດ​ຢູ່ທ້ອງ​ຖິ່ນ​ຕ່າງໆ - ảnh 1 ທ່ານ ຫວໍວັນເຖືອງ ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ໄດ້ໄປຢ້ຽມຢາມ ແລະ ອວຍພອນປີໃໝ່ຢູ່ປ້ອມທະຫານປ້ອງກັນຊາຍແດນ ດຶກມິງ ຢູ່ເມືອງ ໂມະດຶກ, ແຂວງກວ໋າງງາຍ (ພາບ: TTXVN)

       ນະທີ່ນີ້, ທ່ານ ຫວໍວັນເຖືອງ ປາດຖະໜາວ່າ ບັນດາພະນັກງານ, ນັກຮົບ ຈະຜ່ານຜ່າຄວາມຫຍຸ້ງຍາກ, ລໍາບາກ ເພື່ອປະຕິບັດສໍາເລັດໜ້າທີ່ໄດ້ຮັບການມອບໝາຍ, ຊ່ວຍປະຊາຊົນ ພ້ອມດ້ວຍອໍານາດການປົກຄອງທ້ອງຖິ່ນປະຕິບັດໜ້າທີ່ພັດທະນາເສດຖະກິດ-ສັງຄົມ ເປັນຢ່າງດີ, ຮັບປະກັນຄວາມສະຫງົບປອດໄພໃນບໍລິເວນ. ພ້ອມກັນນັ້ນ, ປະຕິບັດບັນດາໜ້າທີ່ກຽມພ້ອມສູ້ຮົບ ແລະ ຮ່ວມກັບອໍານາດການປົກຄອງທ້ອງຖິ່ນ ແລະ ປະຊາຊົນແກ້ໄຂບັນດາບັນຫາກ່ຽວກັບຄວາມສະຫງົບ ແລະ ການເມືອງໃນບໍລິເວນກໍຄືໃນເຂດຊາຍແດນຂອງປະເທດຊາດໃຫ້ເປັນຢ່າງດີ.

        ໃນວັນດຽວກັນ, ຢູ່ແຂວງຊອກຈັງ, ທ່ານ ເຈິ່ນແທັງເໝິນ ປະທານຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ກໍໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ບັນດາຄອບຄົວເປົ້າໝາຍນະໂຍບາຍ,ຄອບຄົວທຸກຍາກໃນບໍລິເວນເທດສະບານເມືອງ ອານລາກທົນ, ເມືອງ ເກແຊກ ແຂວງຊອກຈັງ.


ຕອບກັບ

ຂ່າວ/ບົດ​ອື່ນ