ການນໍາພັກ, ລັດ ຢ້ຽມຢາມ ແລະ ມອບຂອງຂວັນປີໃໝ່ ຢູ່ໂຮງໝໍເດັກສູນກາງ

(VOVWORLD) -ຕອນບ່າຍວັນທີ 22 ມັງກອນ, ຢູ່ຮ່າໂນ້ຍ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ລົງຢ້ຽມຢາມ ແລະມອບຂອງຂວັນປີໃໝ່ໃຫ້ແກ່ຄົນເຈັບທີ່ທຸກຍາກຢູ່ໂຮງໝໍເດັກສູນກາງ.

 ເມື່ອໂອ້ລົມສົນທະນາກັບຄະນະການນໍາ, ບັນດາພະນັກງານ, ແພດໝໍ, ຂອງໂຮງໝໍເດັກສູນກາງ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຢັ້ງຢືນວ່າ ພັກ, ລັດ ຍາມໃດກໍເອົາໃຈໃສ່ ແລະ ສະຫງວນແຫຼ່ງກໍາລັງໃຫ້ແກ່ວຽກງານສາທາລະນະສຸກ, ເບິ່ງແຍງສຸຂະພາບຂອງປະຊາຊົນ.

ການນໍາພັກ, ລັດ ຢ້ຽມຢາມ ແລະ ມອບຂອງຂວັນປີໃໝ່ ຢູ່ໂຮງໝໍເດັກສູນກາງ - ảnh 1ທ່ານປະທານສະພາແຫ່ງຊາດ ໄດ້ໄປຢ້ຽມຢາມສູນປິ່ນປົວມະເຮັງ - ໂລຫິດສາດຂະແໜງເດັກ ແລະ ມອບຂອງຂວັນໃຫ້ແກ່ບັນດາຫຼານນ້ອຍ ຢູ່ໂຮງໝໍເດັກສູນກາງ (ພາບ: Le Tuyet/VOV)

        ທີ່ໂຮງໝໍ, ທ່ານປະທານສະພາແຫ່ງຊາດ ໄດ້ໄປຢ້ຽມຢາມສູນປິ່ນປົວມະເຮັງ - ໂລຫິດສາດຂະແໜງເດັກ ແລະ ມອບຂອງຂວັນໃຫ້ແກ່ບັນດາຫຼານນ້ອຍທີ່ເປັນພະຍາດຮຸນແຮງ ກໍາລັງປິ່ນປົວຢູ່ສະຖານທີ່ແຫ່ງນີ້.

        ຕອນບ່າຍວັນທີ 22 ມັງກອນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ໄດ້ຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແກ່ບັນດາແມ່ຫວຽດນາມວິລະຊົນ, ບັນດາຄອບຄົວທຸກຍາກ, ຄອບຄົວເປົ້າໝາຍນະໂຍບາຍ, ບັນດາຄອບຄົວຜູ້ທີ່ຕິດທາດພິດສີສົ້ມໃນ ບໍລິເວນແຂວງນາມດິ້ງ.

        ແລະກໍໃນຕອນບ່າຍວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິງເຫວ້ ກໍໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ບັນດາທະຫານເສຍອົງຄະ, ບັນດາຄອບຄົວທຸກຍາກ ແລະ ຄອບຄົວເປົ້າໝາຍນະໂຍບາຍໃນບໍລິເວນແຂວງບັກຢາງ.

        ໃນຂະນະນັ້ນ, ຄະນະປະຕິບັດງານຂອງສະພາແຫ່ງຊາດ ນໍາໂດຍທ່ານນາງຕ່ອງທິຟ໊ອງ, ຮອງປະທານຜູ້ປະຈໍາການສະພາແຫ່ງຊາດນໍາໜ້າ, ໄດ້ຢ້ຽມຢາມ ແລະ ມອບຂອງຂວັນປີີໃໝ່ ໃຫ້ແກ່ບັນດາແມ່ຫວຽດນາມ ວິລະຊົນ, ປະຊາຊົນຜູ້ທຸກຍາກ, ຄອບຄົວເປົ້າໝາຍນະໂຍບາຍ ຢູ່ເມືອງພູດອຍ ເກີ໋ມຖຸ໋ຍ, ແຂວງ ແທັງຮວ໊າ.

        ທ່ານຮອງປະທານສະພາແຫ່ງຊາດ ຟຸ່ງກວັກຫຽນ ກໍໄດ້ນໍາໜ້າຄະນະປະຕິບັດງານຂອງສະພາແຫ່ງຊາດ ໄປຢ້ຽມຢາມ ແລະ ອວຍພອນປີໃໝ່ອົງຄະນະພັກ, ອໍານາດການປົກຄອງ ແລະ ປະຊາຊົນເຂດຊາຍແດນ ຕາແສງ ຫວ໊ຍຫຼວງ ແລະ ຕາແສງ ມາລີຟໍ, ເມືອງ ຟອງໂຖ ແຂວງລາຍເຈົາ. 

ຕອບກັບ

ຂ່າວ/ບົດ​ອື່ນ