ການນໍາໂລກອວຍພອນທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi

(VOVWORLD) -ທ່ານ Rahul Gandhi ການນໍາພັກ INC ຍອມຮັບວ່າຕົນເອງໄດ້ປະລາໄຊ ແລະ ສົ່ງຄໍາອວຍພອນຕໍ່ໄຊຊະນະຂອງທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi. 

ໂດຍຄິດໄລ່ຮອດຕອນຄໍ່າວັນທີ 23 ພຶດສະພາ, ສໍາພັນທະມິດກໍາອໍານາດ ໂດຍພັກປະຊາຊົນ ອິນເດຍ (BJP) ນໍາໜ້າ ກໍາລັງຈະໄດ້ຮັບໄຊຊະນະ ແລະ ມີຄະແນນນໍາໜ້າ ດ້ວຍຈໍານວນ 348 ທີ່ນັ່ງ ໃນຈໍານວນທັງໝົດ 542 ທີ່ນັ່ງ, ໃນຂະນະນັ້ນ ສໍາພັນທະມິດຂອງ ພັກຊາດອິນເດຍ (INC) ຍາດໄດ້ແຕ່ 91 ທີ່ນັ່ງ ແລະ ບັນດາພັກຝ່າຍອື່ນແມ່ນ 103 ທີ່ນັ່ງ. ທ່ານ Rahul Gandhi ການນໍາພັກ INC ຍອມຮັບວ່າຕົນເອງໄດ້ປະລາໄຊ ແລະ ສົ່ງຄໍາອວຍພອນຕໍ່ໄຊຊະນະຂອງທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi. ຕໍ່ໜ້າໄຊຊະນະຂອງທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi ໃນການເລືອກຕັ້ງສະພາຕໍ່າຊຸດທີ 17, ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin, ທ່ານປະທານປະເທດຈີນ ສີຈີ້ຜິງ, ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu ພ້ອມດ້ວຍການນໍາບັນດາປະເທດຄື ຍີ່ປຸ່ນ, ປາແລັດສະຕິນ, ສີລັງກາ... ກໍໄດ້ສົ່ງສານອວຍພອນມາຍັງທ່ານນາຍົກລັດດຖະມົນຕີ ອິນເດຍ Narendra Modi ເຊັ່ນດຽວກັນ.


ຕອບກັບ

ຂ່າວ/ບົດ​ອື່ນ