ການ​ນຳ 23 ປະ​ເທດ ແລະ WHO ຮຽກ​ຮ້ອງ​ໃຫ້​ສ້າງ​​ສົນ​ທິ​ສັນ​ຍາ​ສາ​ກົນວ່າ​ດ້ວຍ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ປັດຈຸບັນ ມີປະມຸກລັດ 23 ປະເທດ ໄດ້ລົງນາມສະໜັບສະໜູນຂໍ້ສະເໜີສ້າງສົນທິສັນຍາສາກົນວ່າດ້ວຍການຮັບມືກັບໂລກລະບາດ.
ການ​ນຳ 23 ປະ​ເທດ ແລະ WHO ຮຽກ​ຮ້ອງ​ໃຫ້​ສ້າງ​​ສົນ​ທິ​ສັນ​ຍາ​ສາ​ກົນວ່າ​ດ້ວຍ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1(ພາບປະກອບ:Reuters)

ວັນທີ 30 ມີນາ, ປະມຸກລັດ 23 ປະເທດ ພ້ອມດ້ວຍ ອົງການອະນາໄມໂລກ (WHO) ໄດ້ຮຽກຮ້ອງໃຫ້ບັນດາປະເທດໃນທົ່ວໂລກເຂົ້າຮ່ວມການສ້າງສົນທິສັນຍາສາກົນວ່າດ້ວຍການຮັບມືກັບໂລກລະບາດ, ດ້ວຍຈຸດປະສົງ ຫຼຸດຜ່ອນຜົນເສຍຫາຍໃຫ້ແກ່ມວນມະນຸດ ໃນຂະນະຕ້ອງປະເຊີນໜ້າກັບໂລກລະບາດຕ່າງໆໃນອະນາຄົດ. ພ້ອມກັນນັ້ນກໍໄດ້ເນັ້ນໜັກວ່າ ການສ້າງສົນທິສັນຍາສາກົນວ່າດ້ວຍການຮັບມືກັບໂລກລະບາດ ແມ່ນເພື່ອເພີ່ມກຳລັງຮັບມືຂອງໂລກ ເມື່ອປະເຊີນໜ້າກັບໂລກລະບາດຕ່າງໆໃນອະນາຄົດ ໂດຍຜ່ານການສ້າງລະບົບກ່າວເຕືອນ, ການແບ່ງບັນຂໍ້ມູນລວມ ກໍຄືການຜະລິດ, ຈຳໜ່າຍວັກຊິນ, ຢາປະເພດຕ່າງ, ວິທີການບົ່ງມະຕິ ແລະ ປິ່ນປົວຢ່າງທົ່ວເຖິງ, ຍຸຕິທຳ ຢູ່ບັນດາປະເທດທັງໝົດ.

        ປັດຈຸບັນ ມີປະມຸກລັດ 23 ປະເທດ ໄດ້ລົງນາມສະໜັບສະໜູນຂໍ້ສະເໜີສ້າງສົນທິສັນຍາສາກົນດັ່ງກ່າວ.

ກວາງຢຸງ - ນັກຂ່າວ VOV ປະຈຳ ຝລັ່ງ


 

ຕອບກັບ

ຂ່າວ/ບົດ​ອື່ນ