ການນຳ 53 ທ່ານໃນໂລກຈະເຂົ້າຮ່ວມງານສົບ ທ່ານ Nelson Mandela

   ການນຳ 53 ທ່ານໃນໂລກຈະເຂົ້າຮ່ວມງານສົບ ທ່ານ Nelson Mandela - ảnh 1
ອະດີດ​ປະທານາທິບໍດີ ອາຟະລິກາໃຕ້ ທ່ານ Nelson Mandela 
(ພາບ: worldnews.nbcnews.com)

(vovworld)- ລັດຖະມົນຕີກະຊວງພົວພັນສາກົນ ແລະ ການຮ່ວມມືຂອງ ອາຟະລິກາໃຕ້ ທ່ານ Maite Nkoana- Mashabane ໃຫ້ຮູ້ວ່າ ໄລຮອດວັນທີ 8/12 ໄດ້ມີການນຳ 53 ທ່ານ ຂອງລັດ, ລັດຖະບານປະເທດ ຕ່າງໆໃນໂລກໄດ້ຢັ້ງຢືນ ຈະເຂົ້າຮ່ວມ​ງານ​ສົບ​ອະດີດ​ປະທານາທິບໍດີ ອາຟະລິກາໃຕ້ ທ່ານ Nelson Mandela ​ໃນ​ວັນ​ທີ 10/12 ຢູ່​ນະຄອນ Johannesburg. ​ໃນ​ຈຳນວນ​ບັນດາ​ການ​ນຳ​ທີ່​ຈະເຂົ້າ​ຮ່ວມງານ​ສົບ ມີ​ທ່ານ ​ເລຂາ​ທິການ​ໃຫຍ່ ສະຫະ​ປະຊາ​ຊາດ Ban ki Moon , ປະທານາທິບໍດີ​ອາ​ເມ​ລິ​ກາ Barak Obama , ນາຍົກລັດຖະມົນຕີ ອັງກິດ David Cameron , ອົງ​ມົງກຸດ​ລາຊະ​ກຸມມານ ອັງກິດ Charles , ປະທານາທິບໍດີ ຝະລັ່ງ Francois Hollande , ອົງ​ມົງກຸດ​ລາຊະ​ກຸມມານ ຍີ​ປຸ່ນ Naruhito ….

   ງານ​ສົບ​ຂອງອະດີດ​ປະທານາທິບໍດີ ອາຟະລິກາໃຕ້ ທ່ານ Nelson Mandela ຈະຖືກ​ດຳ​ເນີນ​ໃນ​ເວລາ 11 ​ໂມງ ຂອງ​ວັນ​ທີ 10/12 ຢູ່​ສະໜາມຫຼວງ Socer City ທີ່ ນະຄອນ Johannesburg.

    ທ່ານ Nelson Mandela ​ແມ່ນ​ສັນຍາ​ລັກ​​ແ່ຫງນ້ຳ​ໃຈອາ​ຟະ​ລິ​ກາ​ໃຕ້, ຄວາມ​ສາມັກຄີ​ໃນ​ການ​ຕໍ່​ສູ້​ຕ້ານ​ລັດທິ ອາ​ປາກ​ທາຍ, ຕ້ານ​ກົດ​ຂີ່​ຂົ່ມ​ເຫັງ ​ແລະ​ຄອບ​ຄອງ ກໍ​ຄື​ຕໍ່ສູ້​ເພື່ອ​ຍາດ​ເອົາ​ສິດ​ເປັນ​ເຈົ້າ​ຕົນ​ເອງ, ສັນຕິພາບ, ​ແລະ ​ໄກ່​ເກ່ຍປອງ​ດອງ.

ຂ່າວ/ບົດ​ອື່ນ