ການນຳ AU ຮຽກຮ້ອງຈົ່ງມານະພະຍາຍາມເພື່ອສັນຕິພາບ ແລະ ການພັດທະນາຢູ່ອາຟະລິກາ

ການນຳ  AU ຮຽກຮ້ອງຈົ່ງມານະພະຍາຍາມເພື່ອສັນຕິພາບ ແລະ ການພັດທະນາຢູ່ອາຟະລິກາ - ảnh 1
ທ່ານ Rober Mugabe ​ປະ​ທານ ສະ​ຫະ​ພາບອ​າຟະ​ລິ​ກາ AU ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ


(vovworld)- ກອງ​ປະ​ຊຸມ​ສຸດຍອດ​ສະ​ຫະ​ພາບ​ອ​າຟະ​ລິ​ກາ AU ຄັ້ງ​ທີ 25 ໄດ້​ຖືກ​ໄຂ​ຂຶ້ນ​ໃນວັນ​ທີ 14/6 ຢູ່ Johannesburg, ປະ​ເທດ​ອາ​ຟະ​ລິ​ກາ​ໃຕ້ ຊຶ່ງ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ຜູ້​ນຳ​ລັດ ແລະ ລັດ​ຖະ​ບານ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ. ທີ່ກອງ​ປະ​ຊຸມ, ທ່ານ Rober Mugabe ​ປະ​ທານ ສະ​ຫະ​ພາບ​ອ​າຟະ​ລິ​ກາ AU ທັງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ ຊິມ​ບາ​ເວ  ໄດ້​ຮຽກ​ຮ້ອງ​ບັນ​ດາ​ປະ​ເທດອາ​ຟະ​ລິ​ກາ ຈົ່ງ​ມາ​ນະ​ພະ​ຍາ​ຍາມ​ນຳ​ມາ​ເຊິ່ງ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ໃຫ້​ແກ່​ພ​າກ​ພື້ນ. ທ່ານ​ເນັ້ນ​ໜັກ​ວ່າ ໂຄງ​ການ​ດຳ​ເນີນ​ງານ​ດ້ານ​ເສດ​ຖະ​ກິດ​ຂອງ​ອາ​ຟະ​ລິ​ກາ ຈະ​ບໍ່​ສຳ​ເລັດ​ຜົນ​ຖ້າ​ຫາກ​ທະ​ວີບນີ້ບໍ່​ມີ​ສັນ​ຕິ​ພາບ. ທີ່ກອງ​ປະ​ຊຸມ​ທີ່​ແກ່​ຍາວ 2 ວັນ​ນີ້, ການ​ນຳ​ປະ​ເທດ​ຕ່າງໆ​ໄດ້​ພ້ອມ​ກັນ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ດາ​ສິ່ງ​ທ​້າ​ທາຍ​ຊຶ່ງ​ອາ​ຟະ​ລິ​ກາ​ພວມ​ຕ້ອງ​ປະ​ເຊີນ​ໜ້າ, ຈາກນັ້ນ, ນຳ​ເອ​ຟະ​ລິ​ກາກ້າວ​ເດີນ​ບົນ​ເສັ້ນ​ທາງ​ໃໝ່ແຫ່ງ​ການ​ເຕີບ​ໂຕ ແລະ ພັດ​ທະ​ນາເພື່ອ​ສວມ​ບົດ​ບາດ​ທີ່​ຕັ້ງ​ທີ່​ເໝາະ​ສົມ​ໃນ​ບັນ​ດາ​ບັນ​ຫາ​ທົ່ວ​ໂລກ .

 

 

 

ຂ່າວ/ບົດ​ອື່ນ