ການນຳ CPI ແລະ CPI –M ຕ້ອນຮັບປະທານ ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ

ການນຳ CPI ແລະ CPI –M ຕ້ອນຮັບປະທານ ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ - ảnh 1
ທ່ານຫງວຽນ​ທ້ຽນ​ເຍີນ, ກຳມະການ​ກົມ​ການ​ເມືອງ, ເຮັດວຽກກັບ CPI - M
(ພາບ: TTXVN)

(vovworld) – ຕອນ​ບ່າຍ​ວັນ​ທີ 21/03, ຢູ່ New Delhi, ການ​ນຳ​ພັກ​ກ​ອມມູນິດ​ອິນ​ເດຍ (CPI) ​ແລະ ພັກ​ກອມ​ມູນິດ​ອິນ​ເດຍ Mac xit (CPI - M) ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານຫງວຽນ​ທ້ຽນ​ເຍີນ, ກຳມະການ​ກົມ​ການ​ເມືອງ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແລະ ຄະນະ​ຜູ້​ແທນ​ຫວຽດນາມ ​ໃນ​ການ​ຢ້ຽມຢາມ​ມິດ​ຕິ​ພາບ​ອິນ​ເດຍ ຢ່າງ​ເປັນ​ທາງ​ການ. ທີ່​ບັນດາ​ການ​ຕ້ອນຮັບຢູ່​ສຳນັກງານ​ຂອງ​ແຕ່​ລະ​ພັກ, ຢູ່​ນະຄອນຫຼວງ New Delhi, 2 ຝ່າຍ​ໄດ້​ແລກປ່ຽນ​ກ່ຽວ​ກັບ​ວິວັດທະນາ​ການ​ພັດທະນາ​ຂອງ​ແຕ່​ລະ​ພັກ, ສະພາບ​ການ​ຢູ່​ອິນ​ເດຍ ກໍ່​ຄື​ການ​ຜັນ​ແປ​ທີ່​ໜ້າ​ສົນ​ໃຈ​​ໃນ​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ. ການ​ນຳ CPI ​ແລະ CPI – M ປາດ​ຖະໜາ​ວ່າ ອິນ​ເດຍ ​ແລະ ຫວຽດນາມ ມານະ​ພະຍາຍາມ​ຊຸກຍູ​້ເພື່ອນຳ​ການ​ພົວພັນ​ຮ່ວມ​ມື​ໃຫ້​ພັດທະນາ​ຢ່າງ​ແຮງ​ກວ່າ​ອີກ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ 2 ປະ​ເທດ ​ແລະ ຄວາມ​ວັດທະນາ​ຖາວອນ​ຂອງ​ທັງ​ພາກ​ພື້ນ. ກ່າວ​ຄຳ​ເຫັນ​ທີ່​ບັນດາ​ການ​ພົບ​ປະ​ກັບ​ການ​ນຳ CPI ​ແລະ CPI – M, ທ່ານຫງວຽນ​ທ້ຽນ​ເຍີນ ຫວັງ​ວ່າ, ການ​ພົວພັນ​ລະຫວ່າງ​ພັກ​ກອມ​ມູນິດ​ຫວຽດນາມ ກັບ CPI ກໍ່​ຄື CPI – M ຈະ​ນັບ​ມື້​ນັບ​​ຮັດ​ແໜ້​ນ​ໃນ​ຫຼາຍ​ດ້ານ ​ແລະ ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ຫວຽດນາມ - ອິນ​ເດຍ, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ 2 ປະ​ເທດ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ໝັ້ນຄົງ, ການ​ຮ່ວມ​ມື ​ແລະ ພັດທະນາ​ໃນ​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ.

      ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ ຫງວຽນ​ທ້ຽນ​ເຍີນ ​ໄດ້​ເຂົ້າ​ຮ່ວມ ​ແລະ ກ່າວ​ຄຳ​ເຫັນ​ທີ່​ເວທີ​ປາ​ໄສ​ວິ​ສາ​ຫະກິດ​ອິນ​ເດຍ - ຫວຽດນາມ, ​ໂດຍ​ສະຫະພັນ​ອຸດສາຫະກຳ​ອິນ​ເດຍ ​ແລະ ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ​ຫວຽດນາມ ສົມທົບ​ກັນຈັດ​ຕັ້ງ. ທ່ານ​ຫງວຽນ​ທ້ຽນ​ເຍີນ ​ເນັ້ນ​ໜັກ​ວ່າ, ຫວຽດນາມ ພວມ​ມານະ​ພະຍາຍາມ​ສຳ​ເລັດ​ຄາດໝາຍ​ສ້າງ​ປະຊາ​ຄົມ​​ເສດຖະກິດອາ​ຊຽນ ​ໃນ​ປີ 2015. ອິນ​ເດຍ​ໄດ້​ກາຍ​ເປັນ​ໜຶ່ງ​ໃນ​ຈຳນວນ 10 ຄູ່​ຄ້າ​ລາຍໃຫຍ່​ອັນ​ດັບ​ໜຶ່ງ​ຂອງ​ຫວຽດນາມ. ທ່ານ​ຫງວຽນ​ທ້ຽນ​ເຍີນ ສະ​ເໜີ​ໃຫ້​ບັນດາ​ອົງການ​ລັດຖະບານ ​ແລະ ວິ​ສາ​ຫະກິດ 2 ປະ​ເທດ ຕ້ອງ​ຊອກ​ຫາ​ເຫດ​ຜົນ ​ແລະ ກຳ​ໄດ້​ກາລະ​ໂອກາດ​ເພື່ອ​ຊຸກຍູ້​ການ​ພົວພັນ​ດ້ານ​ເສດຖະກິ​ດ, ການ​ຄ້າ​ 2 ຝ່າຍ​ໃຫ້​ພັດທະນາ​ຢ່າງ​​​ແຮງ​ກວ່າ​ອີກ.

ຂ່າວ/ບົດ​ອື່ນ