ການ​ນຳ EU ສືບ​ຕໍ່​​​ບໍ່ລົງ​ລອຍ​ກັນ​ກ່ຽວ​ກັບ​ແຜນ​ການ​ຟື້ນ​ຟູ​ພາຍຫຼັງ ໂລກ​ລະ​ບາດ Covid – 19

(VOVWORLD) -  ຕອນຄ່ຳວັນທີ 19 ກໍລະກົດ, ບັນດາການນຳ EU ໄດ້ຮ່ວມກັນຮັບປະທານອາຫານ ແລະ ເຮັດວຽກ ເພື່ອແນໃສ່ຊອກຫາວິທີການແກ້ໄຂສະພາບການຈົນຕະແຈ ພາຍຫຼັງ ຈັດກອງປະຊຸມສຸດຍອດມາເປັນ 3 ວັນທີ່ກ່ຽວຂ້ອງເຖິງບ້ວງເງິນຊ່ວຍເຫຼືອກ້ອນໃຫຍ່ພາຍຫຼັງໂລກລະບາດ Covid – 19.

ການ​ນຳ EU ສືບ​ຕໍ່​​​ບໍ່ລົງ​ລອຍ​ກັນ​ກ່ຽວ​ກັບ​ແຜນ​ການ​ຟື້ນ​ຟູ​ພາຍຫຼັງ ໂລກ​ລະ​ບາດ Covid – 19 - ảnh 1ການນຳEU ຢູ່ກອງປະຊຸມສຸດຍອດ EU ກ່ຽວກັບແຜນການຟື້ນຟູພາຍຫຼັງ ໂລກລະບາດ Covid - 19 

(ພາບ: AFP/TTXVN)

ທ່ານ Charles Michel ປະທານສະພາ ເອີລົບ ໄດ້ຍົກອອກຂໍ້ສະເໜີສຸດທ້າຍກ່ຽວກັບແຜນການຟື້ນຟູທີ່ມີມູນຄ່າ 750 ຕື້ ເອີໂຣ ໃນສະພາບການທີ່ມີຄວາມວິຕົກກັງວົນວ່າ ກອງປະຊຸມຈະລົ້ມເຫຼວ ເຊິ່ງບໍ່ບັນລຸໄດ້ຂໍ້ຕົກລົງໃດ. ຕາມນັ້ນແລ້ວ, ທ່ານ Charles Michel ໄດ້ສະເໜີຫຼຸດງົບປະມານໃຫ້ບ້ວງເງິນຊ່ວຍເຫຼືອແຕ່ 500 ຕື້ ເອີໂຣ ລົງເຫຼືອພຽງ 400 ຕື້ ເອີໂຣ ແລະ ຍົກລະດັບເງິນໃຫ້ກູ້ຢຶມໃນແຜນການແຕ່ 250 ຕື້ ເອີໂຣຂຶ້ນເຖິງ 350 ຕື້ ເອີໂຣ. ທ່ານ Charles Michel ດ້ວຍການໜູນຊ່ວຍຂອງທ່ານນາງ Angela Merkel ນາຍົກລັດຖະມົນຕີ ເຢຍລະມັນ ແລະ ທ່ານ Emmanuel Macron ປະທານາທິບໍດີຝລັ່ງ ໄດ້ຊອກຫາວີທີການເກ້ຍກອມບັນດາປະເທດປະນີປະນອມແຕ່ຄວາມຄືບໜ້າທີ່ບັນລຸໄດ້ແມ່ນຊັກຊ້າທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ