ການນຳ G7 ຈະກໍ່ຄວາມກົດດັນກັບອາເມລິກາ ກ່ຽວກັບບັນຫາພາສີນຳເຂົ້າ

(VOVWORLD) -ວັນທີ 07 ມິຖຸນາ, ທ່ານປະທານາທິບໍດີຝລັ່ງ Emmanuel Macron ໃຫ້ຮູ້ວ່າ, ທີ່ກອງປະຊຸມສຸດຍອດເຊິ່ງດຳເນີນໃນອາທິດນີ້, ບັນດາການນຳກຸ່ມບັນດາປະເທດອຸດສາຫະກຳພັດທະນາແຖວໜ້າຂອງໂລກ (G7) ຈະກໍ່ຄວາມກົດດັນຕໍ່ທ່ານປະທານາທິບໍດີອາເມລິກາ Donald Trump ກ່ຽວກັບບັນດາອັດຕາພາສີນຳເຂົ້າເຊິ່ງວໍຊິງຕັນ ຈັດວາງສຳລັບຜະລິດຕະພັນເຫຼັກກ້າ ແລະ ອາລູມີນຽມ, ແຕ່ຍັງຮັກສາທ່າທີນີ້ມນວນເພື່ອເກ້ຍກ່ອມທ່ານ Trump ປ່ຽນແປງແນວຄວາມຄິດ.

ການນຳ G7 ຈະກໍ່ຄວາມກົດດັນກັບອາເມລິກາ ກ່ຽວກັບບັນຫາພາສີນຳເຂົ້າ - ảnh 1 ການນຳ G7 ຈະກໍ່ຄວາມກົດດັນກັບອາເມລິກາ ກ່ຽວກັບບັນຫາພາສີນຳເຂົ້າ

(ພາບ: EPA/TTXVN)

ກ່າວຄຳເຫັນພາຍຫຼັງການປະຊຸມຂ່າວກັບທ່ານນາຍົກລັດຖະມົນຕີການາດາ Justin Trudeau, ທ່ານປະທານາທິບໍດີ Macron ເນັ້ນໜັກວ່າ ອາເມລິກາ ແມ່ນພັນທະມິດສຳຄັນສຳລັບປະເທດຕ່າງໆໃນກຸ່ມ G7. ເຖິງຢ່າງໃດກໍ່ຕາມ, ທ່ານ Macron ກໍ່ຖືວ່າ, ການນຳບັນດາປະເທດ G7 ບໍ່ຄວນວິຕົກກັງວົນກ່ຽວກັບເລື່ອງບັນລຸໄດ້ບັນດາຂໍ້ຕົກລົງ ທີ່ບໍ່ມີຄວາມເຫັນດີເຫັນພ້ອມຂອງທ່ານປະທານາທິບໍດີອາເມລິກາ Donald Trump. ທ່ານຢືນຢັນວ່າ, ບັນດາປະເທດເອີລົບ ແລະ ຍີ່ປຸ່ນ ຍັງບໍ່ກຽມພ້ອມທີ່ຈະປະລະທຸກສິ່ງທຸກຢ່າງເພື່ອໃຫ້ໄດ້ລາຍເຊັນຂອງທ່ານປະທານາທິບໍດີ Donald Trump.

      ສ່ວນທ່ານນາຍົກລັດຖະມົນຕີການາດາ Justin Trudeau ຖືວ່າ, ບັນດາຂໍ້ອ້າງເຊິ່ງທ່ານ Trump ຍົກອອກມາກ່ຽວກັບຄວາມສະຫງົບແຫ່ງຊາດ ເພື່ອແກ້ຕົວໃຫ້ເລື່ອງອາເມລິກາ ຈັດວາງອັດຕາພາສີນຳເຂົ້າສຳລັບເຫຼັກກ້າ ແລະ  ອາລູມີນຽມ ຂອງບັນດາປະເທດພັດທະມິດແມ່ນ “ໄຮ້ເຫດຜົນ”. ເຖິງຢ່າງໃດກໍ່ຕາມ, ທ່ານ Trudeau ສະແດງໃຫ້ເຫັນຄວາມປະເອີບໃຈກ່ຽວກັບໝາກຜົນຂອງກອງປະຊຸມ G7.

ຕອບກັບ

ຂ່າວ/ບົດ​ອື່ນ